ພາກຕາເວັນອອກສຽງເໜືອຂອງຈີນ ມີຫິມະຕົກໜັກສຸດໃນຮອບ 116 ປີ

411

ສຳ​ນັກ​ຂ່າວ ຕ່າງປະເທດ ລາຍ​ງານ​ວ່າ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ ໂດຍ​ສະ​ເພາະ​ແຂວງຫຼຽວ​ໜິງ ປະ​ເຊີນ​ກັບຫິ​ມະ​ຕົກ​ໜັກ​ໜາ​ເຖິງ 51 ຊັງ​ຕີ​ແມັດ ເຊິ່ງ​ຖື​ວ່າ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 116 ປີ, ສົ່ງ​ຜົນ​ເຮັດ​ໃຫ້​ການຈະ​ລາ​ຈອນ​ຕິດ​ຂັດ​ຢ່າງ​ໜັກ​ໜ່ວງ, ຂະ​ນະ​ທີ່​ມົງ​ໂກ​ເລຍ​ໃນ ເຊິ່ງ​ຕັ້ງ​ຢູ່​ໃກ້​ຄຽງ​ກັບ​ແຂວງ ຫຼຽວ​ໜິງ ມີ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຈາກ​ສະ​ພາບ​ອາ​ກາດ​ທີ່​ໜາວ​ເຢັນ​ຮຸນ​ແຮງ​ແລ້ວ​ຢ່າງ​ໜ້ອຍ 1 ຄົນ, ຂະ​ນະ​ທີ່​ປະ​ຊາ​ຊົນ​ອີກຫຼາຍ​ພັນ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ອາ​ກາດ​ໜາວ​ດັ່ງ​ກ່າວ.

ລາຍ​ງານ​ລະ​ບຸ​ວ່າ: ທາງ​ການ​ຈີນ ໄດ້​ອອກ​ແຈ້ງ​ເຕືອນ​ໄພ​ລະ​ດັບ​ສີ​ແດງ​ເຖິງ 27 ຄັ້ງ ເຊິ່ງ​ເປັນການ​ເຕືອນ​ໄພ​ລະ​ດັບ​ສູງ​ສຸດ​ໃນ​ການ​ເຝົ້າ​ລະ​ວັງ​ພາ​ຍຸ​ຫິ​ມະ.

ທັງນີ້ ລະ​ດູ​ໜາວ​ປີ​ນີ້ ໄດ້​ເລີ່ມ​ມາ​ແຕ່​ຕົ້ນ​ເດືອນ​ພະ​ຈິກ​ຜ່ານ​ມາ ເຊິ່ງ​ຖື​ວ່າ ມາ​ໄວ​ກວ່າ​ປົກກະ​ຕິ ເຮັດ​ໃຫ້​ອຸນ​ຫະ​ພູມຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ເຖິງ 14 ອົງ​ສາ​ໃນ​ບາງ​ພື້ນ​ທີ່​ຂອງ​ພ​າກ​ຕາ​ເວັນ​ອກ​ຂອງ​ຈີນ.