ຊີ້ແຈງກ່ຽວກັບການສະເຫນີຂໍຊື້ຮຸ້ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ 51%

440

ຕໍ່ປະເດັນຂ່າວ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບການສະເໜີຂໍຊື້ຮຸ້ນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 51% ທີ່ກະຊວງການເງິນຖືຄອງຢູ່ຂອງບໍລິສັດ ພູສີ ກຣຸບ ຈຳກັດ


ອີງຕາມການເຮັດວຽກຮ່ວມກັນຂອງພາກສ່ວນກ່ຽວ ຂ້ອງ ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຫັນວ່າທະນາ ຄານການຄ້າຕ່າງປະເທດລາວ ມະຫາຊົນ ແມ່ນໄດ້ເຂົ້າຈົດ ທະບຽນໃນຕະຫລາດຫລັກຊັບແລ້ວ. ສະນັ້ນ ທຸກການເຄື່ອນໄຫວຂອງທະນາຄານດັ່ງກ່າວນັ້ນ ແມ່ນມີຄວາມໂປ່ງໃສ.


ສ່ວນການສະເຫນີຂອງບໍລິສັດພູສີ ຕາມແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1465/ຫສນຍ, ລົງວັນທີ 10 ພະຈິກ 2021 ນັ້ນ ແມ່ນເປັນການປະຕິບັດພາລະບົດບາດປົກກະຕິຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການປະສານງານ ລະຫວ່າງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມລະບຽບ ແລະ ກົນໄກການເຮັດວຽກຂອງຕົນ.


ຍ້ອນເປັນພຽງແຕ່ການປະສານງານ ລະຫວ່າງ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ກັບຂະແໜງການກ່ຽວຂ້ອງຂັ້ນສູນກາງດ້ວຍກັນເທົ່ານັ້ນ ແຕ່ບໍ່ທັນແມ່ນການຕົກລົງໃດໆຈາກຂັ້ນເທິງ ຄືດັ່ງສັງຄົມຈໍານວນຫນຶ່ງເຂົ້າໃຈ. ດັ່ງນັ້ນ ຈິ່ງແຈ້ງໃຫ້ສັງຄົມຮັບຊາບ ແລະ ເຂົ້າໃຈຢ່າງທົ່ວເຖີງກັນ.

Source: http://www.laogov.gov.la/activities/pages/office.aspx…