ຍີ່ປຸ່ນ ຕົກລົງຊື້ຢາ ໂມລນູພີຣາເວຍ ຮອງຮັບການລະບາດຮອບໃໝ່

357

ສຳ​ນັກ​ຂ່າວ​ກຽວ​ໂດ​ລາ​ຍງານ​ໃນ​ວັນ​ທີ 12 ພະ​ຈິກ 2021 ວ່າ: ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຕັດ​ສິນ​ໃຈ​ຊື້​ຢາ ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ກັບ​ບໍ​ລິ​ສັດ​ເມີກ ແອນ ໂຄ ເພື່ອ​ຮອງ​ຮັບ​ການ​ປິ່ນ​ປົວ​ປະ​ຊາ​ຊົນ​ຜູ້​ຕິດ​ເຊື້ອ​ປະ​ມານ 1,6 ລ້ານ​ຊຸດ ຫາກ​ເກີດ​ການ​ລະ​ບາດ​ຮອບ​ໃໝ່​ໃນ​ປະ​ເທດ.

ລາຍ​ງານ​ລະ​ບຸ​ວ່າ ມາດ​ຕະ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ໜ່ວຍ​ປະ​ຕິ​ບັດ​ການ​ພິ​ເສດ​ຂອງ​ຍີ່​ປຸ່ນ​ໄດ້​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ຮອງ​ຮັບ​ຜູ້​ປ່ວຍ​ໂຄວິດ ຂອງ​ໂຮງ​ໝໍ​ຂຶ້ນ​ອີກ 30% ເມື່ອ​ທຽບ​ກັບ​ການ​ລະ​ບາດ​ລະ​ດັບ​ສູງ​ສຸດ​ໃນ​ຮອບ​ທີ 5 ເມື່ອ​ລະ​ດູ​ຮ້ອນ​ຜ່ານ​ມາ.

ທ່ານ ຟູ​ມີ​ໂອະ ຄີ​ຊີ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ກ່າວ​ວ່າ: ດ້ວຍ​ການ​ຈັດ​ການ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ເຊິ່ງ​ອີງ​ຕາມ​ສົມ​ມຸດ​ນິ​ຖານ​ທີ່​ເກີດ​ການ​ລະ​ບາດ​ຮຸນ​ແຮງ​ທີ່​ສຸດ ແລະ ​ກະກຽມ​​ແຜນ​ປິ່ນ​ປົວ​ໄວ້ ເຖິງວ່າ ຈະ​ເກີດ​ການ​ລະ​ບາດ​ທີ່​ຮຸນ​ແຮງ ກໍ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ດຳ​ເນີນ​ກິດ​ຈະ​ກຳ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ​ຕໍ່​ໄປ​ໄດ້.