ລາຍລະອຽດ ຜູ້ຕິດເຊື້ອເສຍຊີວິດໃໝ່ 2 ຄົນ ກໍລະນີທີ 95-96

234

ປະຫວັດຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດ ໃນວັນທີ 13 ພະຈິກ 2021 ຈຳນວນ 2 ຄົນ ມີຂໍ້ມູນລາຍລະອຽດດັ່ງນີ້

ຜູ້ທີ 1. ເພດຍີງ, ອາຍຸ 56 ປີ, ບ້ານແກ້ງຍາງ, ເມືອງຫາດຊາຍຟອງ, ນະຄອນຫລວງ, ພະຍາດປະຈຳຕົວ ພະຍາດເບົາຫວານ, ໄດ້ສັກຢາວັກຊີນ Pfizer ຄົບ 2 ເຂັ້ມ, ເວລາ 16:00 ໂມງ ຂອງວັນທີ 11 ພະຈິກ 2021 ຜູ້ກ່ຽວເຂົ້າໂຮງໝໍດ້ວຍອາການງ້ວງຊຶມ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອເວລາ 03:15 ໂມງ ຂອງວັນທີ 12 ພະຈິກ 2021

ຜູ້ກ່ຽວ ໄດ້ເສຍຊີວິດສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ ບວກກັບ ຕິດເຊື້ອໂຄວິດ-19.

ຜູ້ທີ 2. ເພດຊາຍ, ອາຍຸ 86 ປີ, ບ້ານຂຸນຕາທ່າ, ເມືອງສີໂຄດຕະບອງ,ນະຄອນຫລວງພະຍາດປະຈຳຕົວ: ຄວາມດັນເລືອດສູງໄດ້ສັກຢາວັກຊີນ J&J ເວລາ 18:50 ໂມງ ຂອງວັນທີ 06 ພະຈິກ 2021: ຄົນເຈັບເຂົ້າໂຮງໝໍດ້ວຍອາການງ້ວງຊືມ ແລະ ບໍ່ໄດ້ສະຕິ, ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19ແລະ ຜົນກວດ ແມ່ນພົບເຊື້ອ,

ໄລຍະເວລານອນປິ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-12 ພະຈິກ 2001, ເປັນເວລາ 7 ວັນ ອາການບໍ່ດີຂຶ້ນ ແພດຊ່ວບສຸດຄວາມສາມາດ ເວລາ 05:57 ໂມງ ຂອງວັນທີ 12 ພະຈິກ 2021: ຜູ້ກ່ຽວ ໄດ້ເສຍຊີວິດສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ ບວກກັບເປັນໂຄວິດ-19.