ຍອດຍັງສູງ ລາວ ພົບຜູ້ຕິດເຊື້ອໃໝ່ 1.032 ຄົນ, ພາຍໃນ 1.018 ຄົນ

283

ມື້ນີ້ ລາວ ກວດພົບຜູ້ຕິດເຊື້ອ 1.032 ຄົນ ໃນນັ້ນເປັນການຕິດເຊື້ອພາຍໃນປະເທດ 1.018 ຄົນ,ເດີນທາງຈາກຕ່າງປະເທດ 14 ຄົນ. ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 53.207 ຄົນ, ເສຍຊີວິດສະສົມ 96 (ໃໝ່ 2) ແລະ ຍັງແມ່ນນະຄອນຫຼວງວຽງຈັນມີຜູ້ຕິດພາຍໃນສູງກວ່າໝູ່.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານ ປະຈຳວັນທີ 13 ພະຈິກ 2021 ວ່າ: ໃນມື້ວານນີ້ ວັນທີ 12 ພະຈິກ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ ໂຄວິດ-19 ທັງໝົດ 7.432 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1.032 ຄົນ (ຕິດເຊື້ອພາຍໃນປະເທດ 1.018 ຄົນ,ເດີນທາງຈາກຕ່າງປະເທດ 14 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ

ຮອດປະຈຸບັນ ແມ່ນ 53.207 ຄົນ, ເສຍຊີວິດສະສົມ 96 (ໃໝ່ 2), ປິ່ນປົວຫາຍດີໃນມື້ວານນີ້ 571 ຄົນ,ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 10.447 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ແມ່ນ 19,6% ຂອງຈໍານວນຜູ້ຕິດເຊື້ອສະສົມທັງ ໝົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 80,4% ຂອງຈຳນວນຜູ້ຕິດເຊື້ອສະສົມທັງ ໝົດຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ.

.

ສຳລັບການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 14 ຄົນ ຄື: ບໍ່ແກ້ວ 2 ຄົນ, ນະຄອນຫຼວງ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວ ຈະຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້.


ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 1.018 ຄົນ ຄື: ສະເພາະຢູ່ນະຄອນຫຼວງ 409 ຄົນ: ມາຈາກ 166 ບ້ານ, ໃນ 8 ເມືອງຄື: ເມືອງຈັນທະບູລີ ມີ 15 ບ້ານ (48 ຄົນ), ເມືອງສີໂຄດຕະບອງ ມີ 33 ບ້ານ (78 ຄົນ), ເມືອງໄຊເສດຖາ ມີ 31 ບ້ານ (99 ຄົນ), ເມືອງສີສັດຕະນາກມີ 15 ບ້ານ (26 ຄົນ), ເມືອງ ນາຊາຍທອງມີ 8ານ (15 ຄົນ), ເມືອງໄຊທານີ ມີ 33 ບ້ານ (76 ຄົນ), ເມືອງຫາດຊາຍຟອງ ມີ 27 ບ້ານ (58 ຄົນ), ເມືອງປາກງື່ມ ມີ 04 ບ້ານ ( 7 ຄົນ), ຕ່າງແຂວງ (2 ຄົນ).

ສ່ວນຢູ່ບັນດາແຂວງຕ່າງໆ ຢູ່ແຂວງຫຼວງພະບາງ ມີ 137 ຄົນ ໃນ 26 ບ້ານ ແລະ 8 ເມືອງ; ຜົ້ງສາລີ ມີ 97 ຄົນ ໃນ 20 ບ້ານ ແລະ 4 ເມືອງ; ວຽງຈັນ ມີ 74 ຄົນ; ຄຳມ່ວນ ມີ 53 ຄົນ ໃນ 4 ບ້ານ ແລະ 1 ເມືອງ; ຈຳປາສັກ ມີ 51 ຄົນ ໃນ 23 ບ້ານ ແລະ 4 ເມືອງ; ໄຊຍະບູລີ ມີ 47 ຄົນ ໃນ 17 ບ້ານ ແລະ 1 ເມືອງ; ອຸດົມໄຊ ມີ 41 ຄົນ ໃນ 23 ບ້ານ ແລະ 5 ເມືອງ; ບໍ່ແກ້ວ ມີ 41 ຄົນ ໃນ 13 ບ້ານ ແລະ 2 ເມືອງ; ບໍລິຄຳໄຊ ມີ 27 ຄົນ ໃນ 11 ບ້ານ ແລະ 3 ເມືອງ;

ເຊກອງ ມີ 17 ຄົນ ໃນ 10 ບ້ານ ແລະ 2 ເມືອງ; ຫຼວງນນໍ້າທາ ມີ 10 ຄົນ ໃນ 9 ບ້ານ ແລະ 2 ເມືອງ; ສະຫວັນນະເຂດ ມີ 03 ຄົນ ໃນ 1 ບ້ານ ແລະ 1 ເມືອງ; ຊຽງຂວາງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ; ອັດຕະປື ມີ 3 ຄົນ; ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ; ຫົວພັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ (ເດີນທາງມາແຕ່ຕ່າງແຂວງກວດພົບໃນໄລຍະກັກໂຕຢູ່ສູນ)