ຄົນຕິດເຊື້ອໂຄວິດແບບໃດຈຶ່ງຈະໄດ້ຕິດຕາມຢູ່ເຮືອນ ?

687

ສະຖານະການການຕິດເຊື້ອໂຄວິດ 19 ຍັງໜາຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວຫນ້າກົມປິ່ນປົ່ວ ແລະ ຟື້ນຟູຫນ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆ ຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ຄົນພິເສດອື່ນ,

ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ ໂດຍພິຈາລະນາ ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ, ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້.


ດັ່ງນັ້ນ ກະຊວງສາທາລະນະສຸກໄດ້ອອກຄູ່ມີການຕິດຕາມສຸຂະພາບຂອງຕົນເອງຢູ່ເຮືອນ ໄວ້ດັ່ງນີ້ ຄົນຕິດເຊື້ອໂຄວິດແບບໃດຈຶ່ງຖືກກັບເງື່ອນໄຂທີ່ຈະໄດ້ຕິດຕາມຢູ່ເຮືອນ
1 ຕ້ອງເປັນຄົນທີ່ລະດັບອົກຊີແຊນໃນເລືອດສູງກວ່າ ຫຼື ເທົ່າກັບ 95% (ຖ້າມີເຄື່ອງວັດແທກອົກຊີແຊນຢູ່ໃນເລືອດ).
2 ອັດຕາການຫາຍໃຈຕ່ຳກວ່າ 25 ເທື່ອ/ນາທີ.


3 ຫາຍໃຈສະດວກ.
4 ໄດ້ຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ
5 ມີອາການເບົາບາງເຊັ່ນ ເຈັບຄໍ, ນ້ຳມູກຍ້ອຍ, ຕັນດັງ.

.

6 ອາຍຸບໍ່ເກີນ 60 ປີ ແລະ ບໍ່ມີພະຍາດປະຈຳໂຕເຊັ່ນ: ພະຍາດຫຼອດເລືອດຫົວໃຈ, ພະຍາດເບົາຫວານ, ພະຍາດປອດຊຳເຮື້ອ, ມະເຮັງ, ພະຍາດຫຼອດເລືອດໃນສະໝອງ, ພະຍາດໄຂ່ຫຼັງ ແລະ ພະຍາດອື່ນໆ.
7 ບໍ່ຖືພາ8 ຖ້າຄົນເຈັບມີອາການບໍ່ດີຂື້ນ ໃຫ້ໂທຫາສາຍດ່ວນ 164


ສໍາລັບການແຍກດ່ຽວຢູ່ເຮືອນທີ່ປອດໄພ ໃຫ້ມີສະມາຊິກໃນຄອບຄົວຜູ່ທີ່ມີສຸຂະພາບແຂງແຮງ (ບໍ່ມີພະຍາດປະຈຳຕົວ)ໃຫ້ການດູແລເບິ່ງແຍງ.
ຜູ່ຕິດເຊື້ອຕ້ອງແຍກດ່ຽວອອກຈາກສະມາຊິກຄອບຄົວ (ໂດຍມີສະຖານທີ່ແຍກປ່ຽວຕົນເອງເປັນເວລາ 14 ມື້)

.

ການຕິດຕາມສຸຂະພາບຜູ່ຕິດເຊື້ອ COVID-19 ກໍດັ່ງທີ່ຮູ້ພະຍາດ COVID-19 ຍັງບໍ່ມີຢາປິ່ນປົວສະເພາະ, ມີແຕ່ວິທີການຮັກສາສຸຂະພາບທົ່ວໄປເຊັ່ນ ດື່ມນໍ້າໃຫ້ພຽງພໍຢ່າງໜ້ອຍ 2 ລິດຕໍ່ມື້ ແລະ ກິນອາຫານໃຫ້ພຽງພໍຖືກຕາມຫຼັກໂພຊະນາການ, ໃຫ້ຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ ອື່ນໆ.


ກະກຽມຢາພື້ນຖານທີ່ຈໍາເປັນເຊັ່ນ: Paracetamol, Berberine, ORS, Multivitamine, ແຕ່ບໍ່ແນະນຳໃຫ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວພະຍາດ COVID-19 ທັງບໍມີອາການ ແລະ ອາການເບົາບາງ.

ຖ້າຜູ່ຕິດເຊື້ອເລີ່ມມີອາການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ່ຕິດເຊື້ອ ຫລື ສະມາຊິກໃນຄອບຄົວເຫັນວ່າຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ: ໂທຫາສາຍດ່ວນ 164.