ໃຜຕິດໂຄວິດໃຫ້ປິ່ນປົວຕົນເອງຢູ່ເຮືອນໄດ້ ໂດຍມີເງື່ອນໄຂຕາມນີ້

389

ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວຫນ້າກົມປິ່ນປົ່ວ ແລະ ຟື້ນຟູຫນ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ ໃນສະພາບທີ່ການຕິດເຊື້ອຍັງມີຫຼາຍຕໍ່່ເນື່ອງເຊັ່ນນີ້ ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆ ຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ຄົນພິເສດອື່ນ, ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ 19 ເຊັ່ນ ກຸ່ມທີ່ຕິດເຊື້ອບໍ່ມີອາການ, ກຸ່ມຕິດເຊື້ອມີອາການເບົາບາງ, ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ.


ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ, ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້. ກະຊວງສາທາ ໄດ້ສ້າງທິມແພດພິເສດ ເພື່ອດູແລຄົນຕິດເຊື້ອທີ່ປີ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທລະສັບຜ່ານສາຍດ່ວນ 164 ຊື່ງເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.

ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ:
1 ມີຫ້ອງສໍາລັບແຍກປ່ຽວຄົນຕິດເຊື້ອ, ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ, 2 ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອພ້ອມທັງບໍ່ມີປັດໃຈສ່ຽງອື່ນທີ່ເປັນຂໍ້ຫ້າມ.
ໃນລາຍລະອຽດ ກ່ຽວກັບເງື່ອນໄຂອື່ນໆ ແລະ ຜູ້ປິ່ນປົວຢູ່ເຮືອນຕ້ອງຕິດຕາມຕົນເອງແນວໃດ ແລະ ປິ່ນປົວແນວໃດນັ້ນ ແມ່ນໃຫ້ຕິດຕາມໃນລາຍການສໍາພາດລະອຽດຂອງສູນສື່ສານການແພດສຸກຂະສຶກສາ ເພື່ອເຂົ້າໃຈໃຫ້ເລິກເຊິ່ງ ແລະ ລະອຽດ.

ໃນຂະນະທີ່ ການແຜ່ເຊື້ອໃນນະຄອນຫຼວງວຽງຈັນຍັງບໍ່ມີທ່າອ່ຽງຫຼຸດລົງ ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນຮ່ວມກັບ ພ້ອມກັບບັນດາເມືອງ 9 ເມືອງ ໄດ້ປັບຍຸດທະສາດໃໝ່ ຈາກທ່າຮັບຄົນເຈັບໃນສະຖານບໍລິການ ມາເປັນທ່າບຸກ ເພື່ອຄົ້ນຫາຄົນຕິດເຊື້ອໃຫ້ໄວທີ່ສຸດ ໃນບ້ານແດງໃໝ່ ແລະ ແຍກປິ່ນປົວຜູ້ຕິດເຊື້ອໃຫ້ໄວທີ່ສຸດ ພ້ອມທັງຄົ້ນຫາຜູ້ໄກ້ຊິດ ເພື່ອກັກຕົວສະກັດກັ້ນການແຜ່ເຊື້ອ


ລວມທັງການຄົ້ນຫາກຸ່ມເປົ້າໝາຍທີ່ຍັງບໍ່ທັນສັກວັກຊິນ ເພື່ອຈະໄດ້ສັກວັກຊິນໄປພ້ອມໃຫ້ໄດ້ 100% ໂດຍການຮ່ວມມືກັບອໍານາດການປົກຄອງຂອງບ້ານນັ້ນ ພ້ອມທັງ ຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວອ້ອມຂ້າງທັງໝົດມີສ່ວນຮ່ວມ ເປັນເຈົ້າການປະຕິບັດເພື່ອໃຫ້ບ້ານຂອງຕົນເອງ ຫຼຸດພົ້ນຈາກການເປັນບ້ານແດງຕາມກໍານົດເວລາ ຫຼື ຫຼຸດໄວກວ່ານັ້ນຍິ່ງດີ.