ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວໂຄວິດ-19ຄືນໃໝ່  ຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້

474

ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວຫນ້າກົມປິ່ນປົ່ວ ແລະ ຟື້ນຟູຫນ້າທີ່ການ  ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 12ພະຈິກ 2021 ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຂອງພວກເຮົາ ໂດຍສະເພາະ ການຕິດເຊື້ອພາຍໃນ ຕົວເລກຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ສູງກວ່າໝູ່ ກໍ່ແມ່ນ ນະຄອນຫຼວງວຽງຈັນ.

ມາຮອດມື້ນີ້ ທຸກແຂວງໃນທົ່ວປະເທດ ແມ່ນມີລາຍງານພົບຜູ້ຕິດເຊື້ອໃໝ່ ລວມທັງ ແຂວງຫົວພັນ. ພົ້ນເດັ່ນກວ່າໝູ່ແມ່ນ ການຕິດເຊື້ອໃນແຂວງຜົ້ງສາລີ ໃນໄລຍະທີ່ຜ່ານມາ ມີລາຍງານຜູ້ຕິດເຊື້ອຫຼັກສິບ ແຕ່ມາຮອດວັນທີ 11 ພະຈິກນີ້ ມີລາຍງານສູງເຖິງ 168 ຄົນຕິດເຊື້ອພາຍໃນມື້ດຽວ.

ອັດຕາການກວດພົບເຊື້ອທຽບໃສ່ຈໍານວນຕົວຢ່າງທີ່ໄດ້ກວດ ແມ່ນສູງຫຼາຍ ເຊິ່ງກວດ 100 ຄົນໃດ ພົບວ່າຕິດເຊື້ອປະມານ 40 ຄົນ. ນີ້ເປັນສັນຍານເຕືອນເຖິງແນວໂນ້ມການແຜ່ເຊື້ອສູງ ແລະ ໂອກາດທີ່ຈະພົບຄົນຕິດເຊື້ອ ຈະຍັງມີເພີ່ມຕໍ່ເນື່ອງ ໂດຍສະເພາະໃນແຂວງທີ່ມີອັດຕາການພົບເຊື້ອສູງເຊັ່ນນີ້. ພ້ອມດຽວກັນນີ້ ພົບວ່າ ອັດຕາການສັກວັກຊີນ ຍັງບໍ່ທັນບັນລຸຕາມເປົ້າໝາຍ ໃນເກືອບທຸກແຂວງ ອັດຕາການປົກຄຸມ ບໍ່ເຖິງ 50% ຂອງເປົ້າໝາຍ ຍົກເວັ້ນ ນະຄອນຫຼວງ ແລະ ແຂວງບໍ່ແກ້ວ. ອີກເທື່ອໜື່ງ ຈຶ່ງຂໍຮຽກຮ້ອງ ມາຍັງພາກສ່ວນກ່ຽວຂ້ອງ ກະຕຸກຊຸກຍູ້ ປຸກລະດົມ ໃຫ້ພໍ່ແມ່, ພີ່ນ້ອງ ປະຊາຊົນຂອງແຂວງຕົນ ຈົ່ງພ້ອມໃຈກັນ ໄປສັກວັກຊິນເພື່ອໃຫ້ບັນລຸຕາມເປົ້າໝາຍ ແລະ ປອດໄພຈາກຄວາມຮຸນແຮງຂອງການລະບາດໃນຄັ້ງນີ້.

ໃນສະພາບທີ່ການຕິດເຊື້ອຍັງມີຫຼາຍຕໍ່່ເນື່ອງເຊັ່ນນີ້ ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆ ຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ຄົນພິເສດອື່ນ, ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ 19 ເຊັ່ນ ກຸ່ມທີ່ຕິດເຊື້ອບໍ່ມີອາການ, ກຸ່ມຕິດເຊື້ອມີອາການເບົາບາງ, ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ.

ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ, ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້. ກະຊວງສາທາ ໄດ້ສ້າງທິມແພດພິເສດ ເພື່ອດູແລຄົນຕິດເຊື້ອທີ່ປີ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທລະສັບຜ່ານສາຍດ່ວນ 164 ຊື່ງເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.

ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ: ມີຫ້ອງສໍາລັບແຍກປ່ຽວຄົນຕິດເຊື້ອ, ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ, ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອພ້ອມທັງບໍ່ມີປັດໃຈສ່ຽງອື່ນທີ່ເປັນຂໍ້ຫ້າມ.

ໃນຂະນະທີ່ ການແຜ່ເຊື້ອໃນນະຄອນຫຼວງວຽງຈັນຍັງບໍ່ມີທ່າອ່ຽງຫຼຸດລົງ ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນຮ່ວມກັບ ພ້ອມກັບບັນດາເມືອງ 9 ເມືອງ ໄດ້ປັບຍຸດທະສາດໃໝ່ ຈາກທ່າຮັບຄົນເຈັບໃນສະຖານບໍລິການ ມາເປັນທ່າບຸກ ເພື່ອຄົ້ນຫາຄົນຕິດເຊື້ອໃຫ້ໄວທີ່ສຸດ ໃນບ້ານແດງໃໝ່ ແລະ ແຍກປິ່ນປົວຜູ້ຕິດເຊື້ອໃຫ້ໄວທີ່ສຸດ ພ້ອມທັງຄົ້ນຫາຜູ້ໃກ້ຊິດ ເພື່ອກັກຕົວສະກັດກັ້ນການແຜ່ເຊື້ອ ລວມທັງການຄົ້ນຫາກຸ່ມເປົ້າໝາຍທີ່ຍັງບໍ່ທັນສັກວັກຊິນ ເພື່ອຈະໄດ້ສັກວັກຊິນໄປພ້ອມໃຫ້ໄດ້ 100% ໂດຍການຮ່ວມມືກັບອໍານາດການປົກຄອງຂອງບ້ານນັ້ນ ພ້ອມທັງ ຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວອ້ອມຂ້າງທັງໝົດມີສ່ວນຮ່ວມ ເປັນເຈົ້າການປະຕິບັດເພື່ອໃຫ້ບ້ານຂອງຕົນເອງ ຫຼຸດພົ້ນຈາກການເປັນບ້ານແດງຕາມກໍານົດເວລາ ຫຼື ຫຼຸດໄວກວ່ານັ້ນຍິ່ງດີ.