ກອງປະຊຸມ ລັດຖະມົນຕີ ຂົນສົ່ງອາຊຽນ ຄັ້ງທີ 27  ສຸມໃສ່ປຶກສາຫາລື 7 ບັນຫາ

626

ໃນວັນທີ 11-12 ພະຈິກ 2021 ໄດ້ມີກອງປະຊຸມທາງໄກ ລັດຖະມົນຕີ ຂົນສົ່ງ ອາຊຽນ ຄັ້ງທີ 27 (ATM 27th)  ໂດຍການເປັນປະທານ ຂອງທ່ານ SUN Chanthol ລັດຖະມົນຕີ ໂຍທາທິການ ແລະ ຂົນສົ່ງ ກຳປູເຈຍ, ສຳລັບປະເທດລາວນຳໂດຍທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ຕາງໜ້າຂະແໜງໂຍທາທິການ ແລະ ຂົນສົ່ງຈາກບັນດາປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ແລະ ປະເທດຄູ່ຮ່ວມເຂົ້າຮ່ວມ.


ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ລາຍງານຜົນສຳເລັດຂອງຂອບການຮ່ວມມືຂົນສົ່ງອາຊຽນ-ຈີນ ໂດຍສະເພາະຜົນສຳເລັດຂອງໂຄງການລົດໄຟ ລາວ-ຈີນ ທີ່ເປັນການສຳເລັດຂອງຊ່ວງເຊື່ອມຈອດສຳຄັນຂອງແລວຂົນສົ່ງສິນຄ້າທາງບົກ ເຮັດໃຫ້ ສປປ ລາວ ປະຕູທຳອິດ ເຊື່ອມຈອດ ສປ ຈີນ ເຂົ້າສູ່ບັນດາປະເທດອາຊຽນ ແລະ ເປັນບາດກ້າວສຳຄັນຂອງການຈັດຕັ້ງປະຕິບັດແຜນເຊື່ອມຈອດເສັ້ນທາງລົດໄຟ ສິງກະໂປ-ຄຸນໝິງ.

ຜົນສຳເລັດຂອງໂຄງການດັ່ງກ່າວ, ເປັນການເສີມຂະຫຍາຍນະໂຍບາຍເຮັດໃຫ້ ສປປ ລາວ ເປັນໃຈກາງດ້ານການເຊື່ອມ-ຈອດເຊື່ອມໂຍງຂອງອະນຸພາກພື້ນ. ໃນການຍາດແຍ່ງເອົາກາລະໂອກາດດ້ານເສດຖະກິດ ຈາກ ແລວທາງລົດໄຟ ລາວ-ຈີນ, ສປປ ລາວ ກຳລັງສຸມໃສ່ຈັດຕັ້ງປະຕິບັດໂຄງການພັດທະນາແລວທາງເສດຖະກິດພາກເໜືອເພື່ອການເຊື່ອມຈອດເຊື່ອມໂຍງພາກພື້ນ ຖືວ່າເປັນບາດກ້າວຫັນປ່ຽນໃນການພັດທະນາພື້ນຖານໂຄງລ່າງໃນ ສປປ ລາວ, ເປັນໂຄງການທຳອິດ ແລະ ໂຄງການຕົວແບບທີ່ສຸມໃສ່ການ ພັດທະນາແບບເປັນເຂດແຄ້ວນ ໂດຍຖືເອົາຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງ ແລະ ມີ 6 ຂະແໜງການມີສ່ວນຮ່ວມ. ເປັນໂຄງການທີ່ມີຈຸດປະສົງຄົບຖ້ວນສົມບູນທັງການ ປັບປຸງເສັ້ນທາງຫລວງແຫ່ງຊາດໝາຍເລກ 2 ຫລື AH 13 ແລະ ທາງຫລວງທ້ອງຖິ່ນ ເຊື່ອມເຂດການຜະລິດ ເຂົ້າຫາ ແລວທາງລົດໄຟ, ການປັບປຸງດ່ານຜ່ານແດນສາກົນທາງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ພັດທະນາ ແລະ ຍົກລະດັບ ຂະແໜງບໍລິການໂລຊິດສະຕິກ ແລະ ການຄຸ້ມຄອງຂະບວນການຂ້າມແດນ – ສຶກສາຄວາມເປັນໄປໄດ້ໃນການພັດທະນາທ່າບົກ, ໂດຍສະເພາະ ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບອົງກອນ ຫລື ກົງຈັກ ໂດຍຜ່ານການປັບປຸງນິຕິກຳ ແລະ ນະໂຍບາຍຂົນສົ່ງຫລາຍຮູບແບບ ແລະ ຈັດຕັ້ງປະຕິບັດບັນດາສັນຍາຂົນສົ່ງຂ້າມແດນ.


ໃນກອງປະຊຸມ ລມຕ ກະຊວງ ຍທຂ ສປປ ລາວ ຍັງໄດ້ສະເໜີໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ສືບຕໍ່ໃຫ້ການຮ່ວມມື ຊຸກຍູ້ໃນດ້ານຕ່າງໆເພື່ອພ້ອມກັນຍາດແຍງເອົາຜົນປະໂຫຍດຈາກແລວທາງລົດໄຟລາວ-ຈີນ ຮ່ວມກັນ ເຮັດໃຫ້ ສປປ ລາວ ເປັນສ່ວນໜຶ່ງທີ່ເຂັ້ມແຂງຂອງຕ່ອງໂສ້ການສະໜອງຂອງອາຊຽນ ແລະ ພາກພື້ນ.


ກອງປະຊຸມ ລັດຖະມົນຕີ ຂົນສົ່ງ ອາຊຽນ ຄັ້ງທີ 27 ມີ 1 ກອງປະຊຸມຫຼັກ ແລະ ມີ 5 ກອງປະຊຸມປິ່ນອ້ອມ, ເປັນຕົ້ນແມ່ນ: ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ-ຈີນຄັ້ງທີ 20, ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ-ຍີ່ປຸ່ນ ຄັ້ງທີ 19, ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ແລະ ສ.ເກົາຫຼີ ຄັ້ງທີ 12, ເວທີປຶກສາຫາລືລະຫວ່າງລັດຖະມົນຕີຂົນສົ່ງອາຊຽນ-ສະພາທຸລະກິດສະຫະລັດ-ອາຊຽນ ແລະ ກອງປະຊຸມພິເສດລະຫວ່າງ ລັດຖະມົນຕີຂົນສົ່ງອາຊຽນ ກັບ ຄູ່ຮ່ວມພັດທະນາ.


ສຳລັບຫົວຂໍ້ທີ່ນຳມາປຶກສາຫາລືໃນກອງປະຊຸມ ມີ 7 ບັນຫາຄື: 1. ຄວາມພະຍາຍາມຂອງຂະແໜງຂົນສົ່ງໃນການຮັບມື ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 (Reaffirming the Commitments in COVID-19 Recovery Efforts); 2. ການຫັນນໍາໃຊ້ລະບົບດິຈິຕອນ ແລະ ການຫັນເປັນທັນສະໄໝ ເຂົ້າໃນວຽກງານຂົນສົ່ງສິນຄ້າ ແລະ ໂລຊິດສະຕິກ (Enhancing the Digital Transformation in ASEAN); 3. ເສີມຂະຫຍາຍການຈັດຕັ້ງປະຕິບັດຕະຫລາດການບິນດຽວອາຊຽນໃຫ້ປາກົດຜົນເປັນຈິງ (Strengthening the ASEAN Single Aviation Market); 4. ເສີມຂະຫຍາຍຕາໜ່າງຂົນສົ່ງທາງບົກຂອງອາຊຽນ ແລະ ການອຳນວຍຄວາມສະດວກການຂົນສົ່ງສິນຄ້າຂ້າມແດນ (Enhancing ASEAN Land Transport Network and Facilitation of Cross-Border Transport of Goods);

5. ເຊື່ອມສານວຽກງານຂົນສົ່ງແບບຍືນຍົງ ແລະ ການວາງແຜນນໍາໃຊ້ທີ່ດິນ (Integrating Sustainable Transport and Land Use Planning); 6. ກ້າວໄປສູ່ການເຊື່ອມຈອດທາງທະເລ (Towards Greater Maritime Transport Connectivity and Integration); 7. ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາໃນການພັດທະນາຂະແໜງການຂົນສົ່ງ (Transport Cooperation with Dialogue Partners)


ສຳລັບຄະນະທີ່ເຂົ້າຮ່ວມກອງປະຊຸມທາງໄກຝ່າຍ ລາວ ມີ: ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ຍທຂ ຫົວໜ້າຄະນະ; ທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື,ທ່ານ ລິດຕາ ຂັດຕິຍະ ຫົວໜ້າກົມຂົວທາງ, ທ່ານ ວຽງໄຊ ສິງຄໍາ ຫົວໜ້າກົມການບິນພົນລະເຮືອນ, ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມທາງນ້ຳ, ທ່ານ ສຸດຖະໜອມ ອິນທະວົງ ຮອງຫົວໜ້າຫ້ອງການກະຊວງ, ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ, ທ່ານ ຈັນທອນ ໄຊຍະກອນ ຮອງຫົວໜ້າກົມທາງລົດໄຟ.