ໂຄວິດ-19ກະຈາຍໄປທຸກແຂວງຂອງ ສປປລາວ ມື້ນີ້ພົບຜູ້ຕິດເຊື້ອໃຫມ່ຢູ່ແຂວງຫົວພັນ

561

ວັນທີ 12 ພະຈິກ 2021 ພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.198 ຄົນ ໃນນີ້ແມ່ນການພົບກໍລະນີຕິດເຊື້ອຢູ່ແຂວງຫົວພັນເປັນຄັ້ງທຳອິດ ເຮັດໃຫ້ສປປລາວພົບກໍລະນີຕິດເຊື້ອທຸກແຂວງທົ່ວປະເທດແລ້ວ.


ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວຫນ້າກົມປິ່ນປົ່ວ ແລະ ຟື້ນຟູຫນ້າທີ່ການ ກະຊວງສາທາລະນະສຸກຖະແຫຼງຂ່າວປະຈຳວັນທີ12 ພະຂິກ 2021 ວ່າ: ວັນທີ 11 ພະຈິກ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.729 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 1. 198 ຄົນ ໃນນີ້ຕິດເຊື້ອພາຍໃນ ມີ 1.196 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ( ຈາກ ນະຄອນຫຼວງວຽງຈັນ 1 ຄົນ ແລະ ສາລະວັນ 1 ຄົນ).

ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 52.175 ຄົນ ເສຍຊີວິດສະສົມ 94 ຄົນ (ໃໝ່ 01), ປິ່ນປົວຫາຍດີໃໝ່507 ຄົນ, ກໍາລັງປິ່ນປົວ 10.422 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.196 ຄົນ ຈາກ 17 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 579 ຄົນ: ມາຈາກ 162 ບ້ານ, ໃນ 8 ເມືອງ
2. ຫຼວງພະບາງ ມີ 135 ຄົນ ໃນ 27 ບ້ານ ແລະ 7 ເມືອງ
3. ແຂວງວຽງຈັນ ມີ 85 ຄົນ ໃນ 37 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 13 ຄົນ ໃນ 9 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 168 ຄົນ


6. ໄຊຍະບູລີ ມີ 53 ຄົນ ໃນ 10 ບ້ານ ແລະ 2 ເມືອງ
7. ຈຳປາສັກ ມີ 51 ຄົນ ໃນ 26 ບ້ານ ແລະ 4 ເມືອງ
8. ອຸດົມໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 30 ຄົນ ໃນ 12 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ
11. ຄຳມ່ວນ ມີ 8 ຄົນ ໃນ 5 ບ້ານ ແລະ 3 ເມືອງ


12. ສະຫວັນນະເຂດ ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ
13. ບໍ໋ແກ້ວ ມີ 32 ຄົນ ໃນ 10 ບ້ານ ແລະ 2 ເມືອງ
14. ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
16. ອັດຕະປື ມີ 1 ຄົນ ໃນ ບ້ານ ແລະ ເມືອງ
17. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສຳລັບກໍລະນີຕິດເຊື້ອໃໝ່ 2 ຄົນຢູ່ແຂວງຫົວພັນ ແມ່ນເດີນທາງຈາກນະຄອນຫຼວງວຽງຈັນ ເມືອຢາມບ້ານເຊິ່ງທັງສອງຍັງຢູ່ໃນໄລຍະຈຳກັດບໍລິເວນຢູ່ສູນກັກກັນທີ່ທາງແຂວງກຳນົດໄວ້. ໃນນີ້ຜູ້ທີ1 ເພດຍິງອາຍຸ21ປີ ອາຊີບ ນັກສຶກສາ ບ້ານຕີນພູ ເມືອງຊຳໃຕ້; ຜູ້ທີ2 ອາຍຸ 20ປີ ອາຊີບນັກສຶກສາ ບ້ານ ເມືອງຂັນ ເມືອງຊຳໃຕ້.