ການສົ່ງອອກຈໍາໜ່າຍໄຟຟ້າຕ່າງປະເທດ ບັນລຸໄດ້ຫຼາຍກວ່າ 6.423 ເມກາວັດ

439

ສະຫາຍ ດາວວົງ ພອນແກ້ວ ກ່າວຕໍ່ກອງປະຊຸມໃຫຍ່ຜູ້​ແທນອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງ​ທີ III ເມື່ອວັນທີ 11 ພະຈິກ 2021 ວ່າ:  ມາ​ຮອດ​ປັດ​ຈຸ​ບັນ ສ​ປ​ປ ລາວ ມີແຫຼ່ງຜະລິດພະ​ລັງ​ງານໄຟຟ້າ 86 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 10.447,93 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 54.050,93 ລ້ານກິໂລວັດໂມງຕໍ່ປີ.

ສະເພາະ ໄລຍະ 5 ປີ ສໍາເລັດແຫຼ່ງຜະລິດໄຟຟ້າທັງໝົດ 53 ແຫ່ງ ລວມກໍາລັງຕິດຕັ້ງ 4.723 MW, ລວມກໍາລັງການຜະລິດ 22.536,99G Wh ຕໍ່ປີ.

ການສົ່ງອອກຈໍາໜ່າຍຕ່າງປະເທດ ບັນລຸໄດ້ຫຼາຍກວ່າ 6.423 MW. ໃນນີ້ ສົ່ງອອກໄປໄທ 5.421 MW, ຫວຽດນາມ 572 MW, ກໍາປູເຈຍ 320 MW, ມຽນມາ ປັດຈຸບັນໄດ້ສົ່ງອອກແລ້ວ ຈໍານວນ 10 MW, ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງ ມາເລເຊຍ 100 MW. 5 ປີ ໄດ້ສໍາເລັດໂຄງການ​ກໍ່ສ້າງສາຍສົ່ງທັງໝົດ 19 ໂຄງການ, ຂະຫຍາຍ ແລະ ກໍ່ສ້າງສະຖານີ ໄດ້ 24 ແຫ່ງ, ມາຮອດທ້າຍປີ 2020 ມີສະຖານີ 84 ແຫ່ງ.

ພິເສດ ແມ່ນໄດ້ເອົາໃຈໃສ່ພັດທະນາໄຟຟ້າໄປສູ່ຊົນນະບົດ, ເຂດພູດອຍ, ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດ ແລະ ວຽກງານ 3 ສ້າງ, ປັດຈຸບັນສາມາດສະໜອງໄຟຟ້າໄດ້ 100% ຂອງເທດສະບານແຂວງ, ນະຄອນຫຼວງ, 100% ຂອງເທດສະບານເມືອງ, ນະຄອນ, ຈໍານວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 93% ຂອງຈໍານວນບ້ານທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟແບບຖາວອນ ກວມ 95%.