ປວດຄໍເພາະ “ນອນຄໍຕົກໝອນ” ເຮັດແນວໃດເຖິງຈະເຊົາ

295

ໃຜທີ່ມີອາການປວດຄໍ ນອນຄໍຕົກໝອນ ຮູ້ສຶກເຈັບ ຫຼື ຕິດຂັດເວລາຫັນໜ້າ ເຮົາມີວິທີແກ້ງ່າຍໆ ມາຝາກ.

ອາການປປວດຄໍ ຫຼື ອາການກ້າມຊີ້ນຄໍປວດ ເປັນອາການປ່ວຍທີ່ສ້າງຄວາມລຳບາກໃນການໃຊ້ຊີວິດປະຈຳວັນບໍ່ໜ້ອຍເລີຍ ເຮັດໃຫ້ເຄື່ອນໄຫວບໍ່ຄ່ອງຕົວ ແລະ ມີອາຫານປວດບໍລິເວນຄໍເມື່ອມີການເຄື່ອນໄຫວ ອາການປວດຄໍທີ່ເກີດຂຶ້ນຫຼັງຕື່ນນອນ ອາດເກີດຈາກທ່ານອນທີ່ຮອງຮັບຊ່ວງຄໍບໍ່ຖືກຕ້ອງ ເຮັດໃຫ້ກ້າມຊີ້ນຄໍອັກເສບ ຫຼື ທີ່ເຮົາເອີ້ນວ່າ “ນອນຄໍຕົກໝອນ” ນັ້ນເອງ.

ວິທີແກ້ປວດຄໍ ເມື່ອນອນຄໍຕົກໝອນ

1 ປະຄົບນ້ຳຮ້ອນ ໃຊ້ຜ້າຂົນໜູຈຸ່ມນ້ຳອຸ່ນບິດພໍໝາດໆ ແລ້ວນຳມາປະຄົບບໍລິເວນທີ່ປວດປະມານ 15-20 ນາທີ.

2 ຢືດກ້າມຊີ້ນດ້ານດ້ານທີ່ຫົດຕົວ ສັງເກດວ່າຂະນະເຄື່ອນໄຫວຄໍນັ້ນ ຮູ້ສຶກປວດຕຶງ ຫຼື ເຈັບຢູ່ດ້ານໃດ ໃຫ້ໃຊ້ມືຊ່ວຍດັນຫົວໃນທິດທາງນັ້ນຈົນຮູ້ສຶກຕຶງຫຼາຍແຕ່ບໍ່ເຈັບ ດັນຄ້າງໄວ້ປະມານ 10-15 ວິນາທີ ຄາຍແຮງທີ່ດັນມືລົງແລ້ວເຮັດຊ້ຳອີກຫຼາຍໆ ເທື່ອ ຈົນເລີ່ມຮູ້ສຶກວ່າອາການເຄັ່ງຕຶງ ແລະ ຕຶງຢູ່ກ້າມຊີ້ນນັ້ນຜ່ອນຄາຍລົງ.

3 ນວດຄ່ອຍໆ ໃຊ້ມືບີບລົງລວງກ້າມຊີ້ນທີ່ຮູ້ສຶກຕຶງ ຫຼື ປວດເມື່ອຍ ໃຫ້ແຮງບີບພໍປະມານທີ່ເຮັດໃຫ້ຮູ້ສຶກແໜ້ນຕຶງ ແລະ ບໍ່ເຈັບ ບີບ ແລະ ຄາຍເປັນຈັງຫວະ ການປະຄົບຮ້ອນກ່ອນການນວດ ຈະຊ່ວຍໃຫ້ນວດໄດ້ງ່າຍຂຶ້ນ ແລະ ຜ່ອນຄາຍກ້າມຊີ້ນໄດ້ໄວຂຶ້ນ.

4 ລ່ຽງການຫັນຫົວຕະຫຼອດ ຢ່າພະຍາຍາມເຄື່ອນໄຫວຄໍ ແລະ ໃຫ້ຢູ່ຊື່ໆ ໂດຍການນອນລຽບຊົ່ວຄາວເພື່ອໃຫ້ກ້າມຊີ້ນຄໍໄດ້ພັກ.

ຂໍ້ຄວນລະວັງ

ບໍ່ຄວນ ກົດ, ບີບ ຫຼື ຢືດ ກ້າມຊີ້ນຈົນຮູ້ສຶກເຈັບ ເພາະຈະເຮັດໃຫ້ກ້າມຊີ້ນເຄັ່ງຕຶງຫຼາຍຂຶ້ນ ແລະ ບໍ່ຄວນໃຫ້ຜູ້ອື່ນດັດຄໍ ຫຼື ຈັບເສັ້ນເດັດຂາດ ເພາະຈະເຮັດໃຫ້ອັກເສບ ແລະ ຊ້ຳເຮື້ອໄດ້ ຖ້າຍັງບໍ່ເຊົາຄ່ອຍໆ ເຝິກອອກກຳລັງກ້າມຊີ້ນ ຫຼື ປຶກສານັກກາຍະພາບບຳບັດ.

ຖ້າຫາກມີບັນຫາການນອນຄໍຕົກໝອນຕະຫຼອດ ຄວນສັງເກດຕົນເອງວ່າສາເຫດທີ່ແທ້ຈິງເກີດຈາກຫຍັງ

1 ທ່ານອນໃຫ້ເໝາະສົມໂດຍນອນຫງາຍໃຫ້ຫູກັບບ່າໄຫຼ່ຢູ່ໃນລວງຂະໜານກັນ ໜ້າບໍ່ແຫງນເກີນໄປ ແລະ ບໍ່ກົ້ມຈົນເກີນໄປ ຫາກນອນສະແຄງກໍຄວນນອນໃຫ້ເປັນແນວກະດູກຊື່ຕົງເຊັ່ນກັນ.

2 ເລືອກໝອນທີ່ມີຄວາມນຸ້ມປານກາງ ຫາກນຸ້ມເກີນໄປເວລາພິກໂຕຈະເຮັດໃຫ້ກະດູກເກີດແຮງສັ່ນຫຼາຍຂຶ້ນ ແລະ ໝອນທີ່ພໍດີກັບຫົວຂອງເຮົານັ້ນຕ້ອງເຮັດໃຫ້ລະດັບຄາງບໍ່ເງີຍ ຫຼື ກົ້ມຕ່ຳເກີນໄປ ຄວາມຍາວຂອງໝອນຄວນຮອດເທິງບ່າໄຫຼ່ປ້ອງກັນການຄໍຕົກ ສາມາດເຊັກລະດັບຄວາມພໍດີໂດຍນຳແວ່ນມາຕັ້ງດ້ານຂ້າງຕຽງ ຫຼື ໃຫ້ຄົນຖ່າຍຮູບດ້ານຂ້າງເວລາເຮົາໝຸນໝອນ.

3 ບໍ່ນອນຄວ້ຳຕອນເບິ່ງໜັງ ຫຼື ອ່ານໜັງສື ຫຼື ນອນສະແຄງຂ້າງຕອນມີອາການປວດປະຈຳໆ ເພາະສາມາດຕິດເປັນນິໄສເຮັດໃຫ້ບາດເຈັບຊ້ຳໆ ໄດ້.

ປົກກະຕິອາການປວດຄໍມັກຈະເຊົາພາຍໃນ 1-2 ມື້ ຖ້າອາການຮຸຸນແຮງຂຶ້ນ ຫຼື ຍັງບໍ່ເຊົາດີໃຫ້ຮີບປຶກສາແພດຜູ້ຊ່ຽວຊານເພື່ອຫາສາເຫດທີ່ແທ້ຈິງ ແລະ ຮັກສາໃຫ້ຖືກຕ້ອງ.