ມອບ-ຮັບ ໂຮງໝໍມະໂຫສົດ ໄລຍະທີ 1 ຢ່າງເປັນທາງການ ຕຶກ 8 ຊັ້ນ, 600 ຕຽງ

896

ສຳເລັດແລ້ວການກໍ່ສ້າງຕຶກໂຮງໝໍມະໂຫສົດ ຫຼັງໃໝ່ ໂດຍສະເພາະແມ່ນການກໍ່ສ້າງໄລຍະທີ 1 ການກໍ່ສ້າງຕຶກນອນຄົນເຈັບ 8 ຊັ້ນ ມີ 600 ຕຽງ ແລະໄດ້ຈັດພິທີມອບ-ຮັບຂຶ້ນ ໃນວັນທີ 11 ພະຈິກ 2021 ທີ່ໜ້າໂຄງການ, ໂດຍການເຂົ້າຮ່ວມຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫານຊູ້ ຜູ້ຮັບຜິດຊອບໂຄງການຊ່ວຍເຫຼືອ ໂຮງໝໍມະໂຫສົດ ຂອງບໍລິສັດ ຈູ້ຈົງ ປັກກິ່ງ ຈໍາກັດ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດນີ້ ເປັນໂຄງການທີ່ໜຶ່ງໃນຈຳນວນຫຼາຍຮ້ອຍຫຼາຍພັນໂຄງການຂອງກຸ່ມບໍລິສັດຈີ້ຈົງປັກກິ່ງພວກເຮົາ, ເປັນໂຄງການທີ່ຍິ່ງໃຫຍ່ ເພາະວ່າໂຄງການນີ້ແມ່ນເປັນໂຄງການທີ່ຜູ້ນຳສູງສຸດຂອງທັງສອງປະເທດ ລາວ-ຈີນ ໄດ້ວາງສີລາລືກຮ່ວມກັນ. ຜ່ານການກໍ່ສ້າງມາເປັນໄລຍະເວລາ 3 ປີ ມາຮອດປະຈຸບັນນີ້ໄດ້ສໍາເລັດໃນການກໍ່ສ້າງໄລຍະທີ່ 1 ຂອງໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດຢ່າງເຕັມເມັດເຕັມຜົນ.

ພິທີມອບ-ຮັບໂຄງການໄລຍະທີ່ໜຶ່ງຄັ້ງນີ້, ບໍ່ແມ່ນຈຸດຈົບຂອງຫນ້າວຽກ,ແຕ່ແມ່ນຈຸດເລີ່ມຕົ້ນໃໝ່ຂອງໄລຍະທີ່ 2 ຂອງໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດນີ້

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ກ່າວວ່າ: ໃນເດືອນພະຈິກ ປີ 2012 ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ບຸນຍັງ ວໍລະຈິດ ອາດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພ້ອມກັນ ເປັນປະທານ ໃນພິທີວາງ ຫີນສີລາລຶກ ການກໍ່ສ້າງ ໂຮງໝໍມະໂຫສົດນີ້.
ໂຄງການກໍ່ສ້າງໂຮງໝໍມະໂຫສົດນີ້ແມ່ນໄດ້ຮັບການຊ່ວຍເຫລືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ, ໂຄງການນີ້ຖືວ່າເປັນໂຄງການໃຫ່ຍ ແລະ ສຳຄັນຍິ່ງ, ເພາະວ່າມັນເປັນ ໂຄງການສ້າງໂຮງໝໍທີ່ທັນສະໄໝ ທີ່ຊ່ວຍຍົກສູງຄຸນນະພາບຂອງການປິ່ນປົວ ໃນ ສປປ ລາວ


ໂດຍສະເພາະ ໃນນະຄອນຫລວງວຽງຈັນ ໃຫ້ດີຂື້ນເທື່ອລະກ້າວ. ຢູ່ໃນໂຄງ ການນີ້, ນອກຈາກ ການຊ່ວຍ ເຫລືອຕຶກອາຄານໂຮງໝໍຫລັງໃໝ່ແລ້ວ ໂຄງການ ຍັງໄດ້ປະກອບອຸປະກອນການ ແພດທີ່ທັນສະໄໝໃຫ້ຄົບຊຸດ ແລະ ໄດ້ຈັດອົບຮົມວິທີການນຳໃຊ້ ແລະ ວິທີການຮັກສາໃຫ້ ແພດ
ໝໍ ເພື່ອໃຫ້ສາມາດນໍາໃຊ້ ແລະ ທະນຸບໍາລຸງຮັກສາໄດ້ດ້ວຍຕົນເອງ ໃນອານາຄົດ.

ທ່ານກ່າວຕື່ມວ່າ: ພິທີມອບ-ຮັບໃນຄັ້ງນີ້ແມ່ນເປັນພຽງແຕ່ໄລຍະທີ 1 ຂອງໂຄງການນີ້, ຫລັງຈາກນັ້ນຈະມີການ ສືບຕໍ່ຈັດຕັ້ງປະຕິບັດໄລຍະທີ່ ສອງ ຂອງໂຄງການ ຊື່ງຄາດຄະເນວ່າຈະສຳເລັດພາຍໃນເວລາ 1 ປີ ຕໍ່ຈາກນີ້, ເພື່ອໃຫ້ໂຄງການໄລຍະທີ່ສອງ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ຄະນະກໍາມະການຮັບຜິດຊອບໂຄງການກໍ່ສ້າງ, ຄະນະອໍານວຍການໂຮງໝໍມະໂຫສົດ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດອໍານາດການປົກຄອງ, ພໍ່ແມ່ປະຊາຊົນຢູ່ບໍລິເວນການກໍ່ສ້າງຈົ່ງພ້ອມກັນປະກອບສ່ວນເຮັດໃຫ້ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຖືກຈັດຕັ້ງປະຕິບັດໃຫ້ແລ້ວຕາມກໍານົດເວລາ.

ນອກຈາກ ການຊ່ວຍ ເຫຼືອຕຶກອາຄານໂຮງໝໍຫລັງໃໝ່ແລ້ວ ໂຄງການ ຍັງໄດ້ປະກອບອຸປະກອນການ ແພດທີ່ທັນສະໄໝໃຫ້ຄົບຊຸດ ແລະ ໄດ້ຈັດອົບຮົມວິທີການນໍາໃຊ້ ແລະ ວິທີການຮັກສາໃຫ້ ແພດໝໍ ເພື່ອໃຫ້ສາມາດນຳໃຊ້ ແລະ ທະນຸບຳລຸງຮັກສາໄດ້ດ້ວຍຕົນເອງ ໃນອານາຄົດ.

ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ກ່າວວ່າ ມື້ນີ້ເປັນເລີກງາມຍາມດີ ເພາະເປັນວັນທີ 11 ເດືອນ 11 2021 ກົງກັບມື້ປິດກອງປະຊຸມຂອງພັກກອມມູນິດຈີນ ຄັ້ງທີ 6 ສະໄໝທີ 19 ດັ່ງນັ້ນ ຈຶ່ງເໝາະກັບການຈັດພິທີມອບ-ຮັບໂຄງການໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ1, ໂດຍສະເພາະແມ່ນຫ້ອງການກໍ່ສ້າງຄຸ້ມຄອງພະຍາດລະບາດ ທີ່ມີຄວາມສຳຄັນຍິ່ງ,

ດັ່ງນັ້ນລັດຖະບານ ແລະ ປະຊາຊົນລາວຈຶ່ງລໍຄອຍໃຫ້ໂຄງການກໍ່ສ້າງໂຮງໝໍແຫ່ງນີ້ສຳເລັດ ແລະ ໂຄງການນີ້ກໍ່ເປັນໂຄງການຊ່ວຍເຫຼືອໂຮງໝໍທີ່ໃຫຍ່ທີ່ສຸດ ຂອງລັດຖະບານ ສປ ຈີນທີ່ໄດ້ຊ່ວຍເຫຼືອຢູ່ຕ່າງປະເທດ, ໄລຍະຜ່ານມາ ລາວ-ຈີນ ແມ່ນໄດ້ໃຫ້ກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ບໍ່ວ່າຈະເປັນການກໍ່ສ້າງຕຶກອາຄານໂຮງໝໍ ຫຼື ອຸປະກອນການແພດ ເຊິ່ງມາຮອດປັດຈຸບັນແມ່ນພວມດຳເນີນໂຄການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ຖືວ່າສຳເລັດໄປແລ້ວໄລຍະທີ1 ແລະ ຕໍ່ນີ້ແມ່ນຈະສືບຕໍ່ກໍ່ສ້າງໄລຍະທີ 2 ແລະ ຕໍ່ກັບສະພາບການນີ້,

ໂຮງໝໍມະໂຫສົດຫຼັງໃໝ່ ແມ່ນມີພື້ນທີ່ທັງໝົດ 30.300 ຕາລາງແມັດ, ສະເພາະເນື້ອທີ່ປຸກສ້າງແມ່ນ 54.7 ພັນກວ່າຕາແມັດ, ໄດ້ວາງສີລາລຶກກໍ່ສ້າງໃນທ້າຍປີ 2017 ແລະ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນປີ 2018 ໃນມູນຄ່າສັນຍາກໍ່ສ້າງ 590.790,977 ຢວນ, ເປັນໂຄງການຊ່ວຍເຫຼືອລ້າທີ່ໃຫຍ່ທີ່ສຸດຂອງລັດຖະບານ ສປ ຈີນ. ເຊິ່ງສ້າງເປັນໂຮງໝໍ 600 ຕຽງ ປະຈຸບັນແມ່ນກຳລັງກໍ່ສ້າງໄລຍະທີ 1 ຄືກໍ່ສ້າງຕຶກນອນຂອງຄົນເຈັບ ເປັນຕຶກ 8 ຊັ້ນ. ສ່ວນໄລຍະ 2 ແມ່ນດ້ານລະບົບວັດຖະອຸປະກອນ ແລະ ເຄື່ອງມີການແພດແມ່ນຈະເປັນເຄື່ອງມືທີ່ທັນສະໄໝ ແລະ ມີມາດຕະຖານ