ກະຊວງອຸດສາຫະກຳ ແລະ ການຄ້າມອບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ໄປຂຶ້ນກັບກະຊວງ ກະສິກໍາ ແລະ ປ່າໄມ້

809

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີມອບ-ຮັບວຽກງານ ອຸດສາຫະກຳປຸງແຕ່ງໃຫ້ກັບກະຊວງ ກະສິກໍາ ແລະປ່າໄມ້(ກປ) ເພື່ອພ້ອມກັນຈັດຕັ້ງວຽກງານຂະແໜງອຸດສາຫະກຳປຸງແຕ່ງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.


ພິທີມອບຮັບໜ້າທີ່ ແລະ ຄວາມຮັບຜິດຊອບວຽກງານອຸດສາຫະກຳປຸງແຕ່ງມີຂຶ້ນໃນວັນທີ 11 ພະຈິກ 2021 ໂດຍເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ມີການນໍາຂອງສອງກະຊວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ການມອບ-ຮັບ ແລະ ແບ່ງຄວາມຮັບຜິດຊອບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງ ກະຊວງ ອຄ ແລະ ກະຊວງ ກປ ຄັ້ງນີ້ແມ່ນຕາມການຕົກລົງເຫັນດີຂອງລັດຖະບານ.
ໃນໄລຍະຜ່ານມາ ກະຊວງ ອຄ ໄດ້ປະຕິບັດໜ້າທີ່ ການສົ່ງເສີມ ແລະ ຄຸ້ມຄອງອຸດສາຫະກໍາປຸງແຕ່ງແບບລວມສູນ ບົນພື້ນຖານ ຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ, ສອດຄ່ອງກົມກຽວກັບລະບົບ ISIC ຂອງສາກົນ ແລະ ລະບົບ LSIC ຂອງ ສປປ ລາວ. ຊຶ່ງການພັດທະນາວຽກງານອຸດສາຫະກໍາປຸງແຕ່ງດັ່ງກ່າວໄດ້ມີຜົນສໍາເລັດເປັນຢ່າງດີ ໂດຍສະເພາະ ອຸດສາຫະກຳປຸງແຕ່ງຜົນຜະລິດກະສິກໍາ ແລະ ປ່າໄມ້ ໄດ້ເຕີບໃຫຍ່ຂະຫຍາຍຕົວໃນລະດັບດີ ຊຶ່ງມີໂຮງງານອຸດສາຫະກໍາປຸງແຕ່ງທີ່ໄດ້ມາດຕະຖານຈໍານວນໜຶ່ງເກີດຂຶ້ນໃໝ່ ເປັນຕົ້ນ: ໂຮງງານຜະລິດນໍ້າຕານ, ໂຮງງານສີເຂົ້າຂະໜາດໃຫຍ່, ໂຮງງານຂ້າສັດທັນສະໄໝ, ໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານປຸງແຕ່ງຢາງພາລາ ແລະ ອື່ນໆ, ໃນນັ້ນ ມີຫຼາຍໂຮງງານໄດ້ຮັບການຢັ້ງຢືນດ້ານມາດຕະຖານ ທັງໃນລະດັບຊາດ ແລະ ສາກົນ, ຜະລິດຕະພັນມີຄຸນນະພາບ, ໄດ້ມາດຕະຖານ ແລະ ສາ ມາດຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ.

ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້: ກ່ອນປີ 2006 ວຽກງານການຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໄມ້ ສ່ວນໜຶ່ງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກອະນຸຍາດສ້າງຕັ້ງໂຮງງານເລື່ອຍໄມ້, ສ່ວນກະຊວງອຸດສາຫະກຳ ແລະ ການຄ້າ ອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງໄມ້ສໍາເລັດຮູບ, ໂຮງງານເຟີນີເຈີ ແລະ ຕ່າງຝ່າຍກໍຕ່າງອອກລະບຽບການໃນການຄຸ້ມຄອງໂຮງງານ ເຮັດໃຫ້ເກີດມີຄວາມສັບສົນແກ່ຂັ້ນທ້ອງຖິ່ນ ແລະ ຜູ້ປະກອບການໂຮງງານ. ດ້ານໜຶ່ງ ເພື່ອບໍ່ໃຫ້ຜູ້ຕັດໄມ້, ປຸງແຕ່ງໄມ້ ແລະ ຂາຍໄມ້ ແມ່ນຜູ້ດຽວກັນ ລັດຖະບານຈຶ່ງຕົກລົງມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງແບບລວມສູນ ຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ໃນປີ 2006, ສໍາລັບ ກະຊວງກະສິກໍາ ແລະ ປ່າໄມ້ ແມ່ນຄຸ້ມຄອງດ້ານວັດຖຸດິບ (ໄມ້) ເພື່ອປ້ອນເຂົ້າໂຮງງານປຸງແຕ່ງ.


ໃນປີ 2006 ກະຊວງ ອຄ ໄດ້ຮັບມອບໂອນໂຮງງານປຸງແຕ່ງໄມ້ຈຳ ນວນໜຶ່ງທີ່ກະຊວງກະສິກໍາ ແລະ ປ່າໄມ້ ອະນຸຍາດສ້າງຕັ້ງໂຮງງານທັງໝົດ 2.102 ແຫ່ງ ໃນນັ້ນ ບໍ່ໄດ້ລວມໂຮງງານຂະໜາດນ້ອຍທີ່ຂັ້ນພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ອອກອະນຸຍາດ ຈໍານວນ 1.352 ໂຮງງານ. ຜ່ານການຈັດຕັ້ງປະຕິບັດຄຳສັ່ງນາຍົກ ເລກທີ 30/ນຍ, 17/ນຍ ແລະ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີການຄວາມເຂັ້ມງວດໃນການຄຸ້ມຄອງທຸລະກິດໄມ້, ການປຸງແຕ່ງໄມ້ ແລະ ການເຄື່ອນຍ້າຍໄມ້ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຮອດປັດຈຸບັນ ຍັງເຫຼືອ 969 ແຫ່ງ; ໃນນັ້ນ, ມີໂຮງງານເລື່ອຍໄມ້ 6 ແຫ່ງ, ໂຮງງານປຸງແຕ່ງໄມ້ສຳເລັດຮູບ 364 ແຫ່ງ ແລະ ໂຮງງານເຟີນີເຈີ 599 ແຫ່ງ. ສໍາລັບທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ຍັງເຫຼືອ 121 ແຫ່ງ, ຊຶ່ງໄດ້ຍຸບເລີກ 1.231 ແຫ່ງ. ໃນຈໍານວນໂຮງງານທີ່ຍັງເຫຼືອນີ້ ໄດ້ປັບປຸງ ແລະ ພັດທະນາ ໃຫ້ກາຍເປັນໂຮງງານທີ່ໄດ້ມາດຕະຖານ ມີການສ້າງມູນຄ່າເພີ່ມ ປຸງແຕ່ງເປັນຜະລິດຕະພັນໄມ້ສໍາເລັດຮູບ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ ຕາມມາດຕະຖານຜະລິດຕະພັນໄມ້ທີ່ກະຊວງ ອຄ ກໍານົດໄວ້.

ສະນັ້ນ, ເພື່ອເຮັດໃຫ້ພິທີມອບ-ຮັບວຽກໃນຄັ້ງນີ້ໄດ້ຮັບຜົນສຳເລັດ ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງ 2 ຂະແໜງການພວກເຮົາ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະສານສົມທົບກັນຢ່າງກົມກຽວ ຕາມດໍາລັດ ເລກທີ 603/ນຍ, ເລກທີ 604/ນຍ ແລະ ຕາມພາລະບົດບາດຂອງຕົນ, ໂດຍສະເພາະ ການແກ້ໄຂ ບັນຫາທີ່ຍັງຄົງຄ້າງຜ່ານມາ ໃນການສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງວຽກງານປຸງແຕ່ງຜົນຜະລິດກະສິກໍາ ແລະ ປ່າໄມ້ດັ່ງກ່າວ ໃຫ້ໄດ້ຮັບການຂະຫຍາຍຕົວ, ສາມາດແຂ່ງຂັນກັບຕ່າງປະເທດໄດ້ ແລະ ທັງເປັນການປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ສໍາເລັດຕາມລະດັບຄາດໝາຍ.