ກຽມສ້າງຂົວສະເພາະລົດໄຟ ລາວ-ໄທ ຮອງຮັບການຂົນສົ່ງສ້າງລາວເປັນປະເທດທາງຜ່ານຢ່າງຈີງຈັງ

3704

ປັດຈຸບັນນີ້ ຖ້າບໍ່ລວມທາງລົດໄຟລາວ-ຈີນ ທີ່ກຳລັງຈະເປີດໃຫ້ບໍລິການຢ່າງເປັນທາງການໃນ 2 ທັນວານີ້ ຫຼາຍຄົນກໍ່ຄົງຮູ້ກັນດີວ່າ ລາວເຮົາກໍ່ມີທາງລົດໄຟເຊື່ອມຕໍ່ລະຫວ່າງປະເທດ ກໍ່ຄື ນະຄອນຫຼວງວຽງຈັນ( ທ່ານາແລ້ງ)-ໜອງຄາຍ ປະເທດໄທມາຫຼາຍປີແລ້ວ.

ທາງລົດໄຟດັ່ງກ່າວແມ່ນ ໄດ້ເປີດນຳໃຊ້ແຕ່ວັນທີ 5 ມີນາ 2009 ເປັນຕົ້ນມາ ແຕ່ວ່າໃນຊ່ວງຂອງການຂ້າມແມ່ນ້ຳຂອງ ຂອງລົດໄຟນັ້ນແມ່ນໄດ້ນຳໃຊ້ຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີໜຶ່ງ ຮ່ວມກັບຍານພາຫະນະອື່ນໆ ເວລາທີ່ຂະບວນລົດໄຟຈະແລ່ນຜ່ານຕ້ອງຢຸດການເຄື່ອນໄຫວຂອງລົດທຸກປະເພດ ສາກ່ອນ ສະນັ້ນ ເພື່ອຮອງຮັບການຂົນສົ່ງສິນຄ້າ ແລະໂດຍສານໃນອະນາຄົດແມ່ນຈຳເປັນຕ້ອງສ້າງຂົວສະເພາະທາງລົດໄຟ.

ເນື່ອງຈາກປັດຈຸບັນນີ້ ປະເທດຊາດມີການພັດທະນາ ໂດຍສະເພາະເພື່ອກຽມພ້ອມ ແລະ ຮອງຮັບ ການຂົນສົ່ງສິນຄ້າ, ໂດຍສານລະຫວ່າງປະເທດ, ການເດີນທາງມາທ່ອງທ່ຽວໃຫ້ມີຄວາມວ່ອງໄວທັນການ ທີ່ສຳຄັນເພື່ອຮອງຮັບນະໂຍບາຍການຫັນປະເທດເຮົາຈາກບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດທາງຜ່ານ ຫຼັງຈາກທີ່ ທາງລົດໄຟລາວ-ຈີນ ເປີດຢ່າງເປັນທາງການ ແນ່ນອນສິ່ງອຳນວຍຄວາມສະດວກ ຫຼື ຄວາມພ້ອມທາງການຄົມມະນາຄົມ ແມ່ນມີຄວາມສຳຄັນຫຼາຍ ແລະ ຕ້ອງພຽງພໍຕໍ່ກັບຄວາມຕ້ອງການ.

ດັ່ງນັ້ນ, ຈຶ່ງຈະມີແຜນສ້າງຂົວຂ້າມສະເພາະລົດໄຟ ລະຫວ່າງ ລາວ ແລະ ໄທ ເຊິ່ງຈະແຍກລາງລົດໄຟອອກຈາກຂົວມິດຕະພາບລາວ-ໄທ ແຫ່ງທີໜຶ່ງທີ່ເປັນຢູ່ໃນປະຈຸບັນ ໂດຍການກໍ່ສ້າງຂົວ ສະເພາະລົດໄຟ ຂ້າມແມ່ນໍ້າຂອງແຫ່ງໃໝ່ ແມ່ນຈະສ້າງຄູ່ຂະໜານໃກ້ກັບຂົວມິດຕະພາບລາວ-ໄທ ແຫ່ງທີ1 ທີ່ມີຢູ່ແລ້ວແຕ່ແຍກອອກເປັນຂົວສໍາລັບລົດໄຟເທົ່ານັ້ນ.

ໂດຍການກໍ່ສ້າງຂົວລົດໄຟຂ້າມແມ່ນໍ້າຂອງແຫ່ງໃໝ່ ຫ່າງຈາກຂົວເດີມປະມານ 30 ແມັດ,ໂຄງສ້າງຂົວແມ່ນຂົວເບຕົງໃຊ້ແຮງດັນເປັນຮູບກ່ອງ, ກໍ່ສ້າງໂດຍວິທີການດຸ່ນດ່ຽງ cantilever, ຂົວແຫ່ງໃໝ່ນີ້ຈະມີໄລຍະທາງ 1.500 ແມັດ ເຂົ້າໄປຝັ່ງລາວແລະ ໄທ ຝັ່ງລະ 750 ແມັດ, ມີຄວາມກວ້າງປະມານ 7 ແມັດ, ການກະກຽມພື້ນທີ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮອງຮັບປະລິມານການຂົນສົ່ງທີ່ຄາດວ່າຈະເພີ່ມຂຶ້ນໃນອະນາຄົດ.

ຂ່າວຈາກ: ແອໂຣລາວ