ຜົນງານລ່າສຸດ ໂດ່ໂດ້ ບຸນປະເສີດ ວັນທານຸວົງ ມາພ້ອມກັບບົດບາດໃຫມ່ ພະເອກMV ເພງ

848

ໂດ່ໂດ້ ຈາກເວທີ Mister Laos Mister international Laos2021 ນັກກິລາທີມຊາດລາວ ນ້ອງໃຫມ່ຂອງວົງການບັນເທິງ ນອກຈາກຜົນງານທີ່ຜ່ານມາເເລ້ວ ມາຮອດປະຈຸບັນນີ້ ມາພ້ອມກັບຜົນງານໃຫມ່ ໃນການຮັບບົດເປັນນັກສະເເດງພະເອກ Mv ກັບບົດເພງທີ່ມີຊື່ວ່າ “ ບໍ່ມີຄ່າ” ! ຊື່ເພງ:ບໍ່ມີຄ່າ  ເຊິ່ງເປັນບົດເພງ Style: hiphop R&B ຂອງນັກຮ້ອງ Snake eyes RC FT. Swagwazz

ເຊິ່ງໄດ້ SWAGWAZZ RAPER ຊື່ດັງລາກຫຼາຍຄວາມສາມາດມາດຮ່ວມງານນຳດ້ວຍ ແລະ ພະເອກ ໂດ້ ນັກກິລາທີມຊາດລາວ ຫຼື ໂດ້ ຜູ້ເຂົ້າປະກວດ mister Laos 2021 ໄດ້ມາປະກົບຄູ່ກັບ Mavin xn ເເລະ ນາງເອກ Anna ເປັນເພງ ທີ່ຄ່ຳຄວນຫາຄົນຮັກເກົ່າ ແລະ ນ້ອຍອົກນ້ອຍໃຈທີ່ຄົນຮັກບໍ່ສົນໃຈເຮັດຄືເຮົາບໍ່ມີຄ່າ ຊື່ງໄດ້ຜູ້ກຳກັບຫນ້າໃຫມ່ໄຟແຮງ ຢ່າງບ່າວລັກມາຂຽນບົດ ແລະ ກຳກັບເອງ ພ້ອມນີ້, ຍັງໄດ້ຕາກ້ອງມືສະກາດ ທ່ານພົດ ງານນີ້ງານຄຸນນະພາບແນ່ນອນ ຖ້າຕິດຕາມຊົມໄດ້ໄວໆນີ້.

ສໍາລັບຫນຸ່ມໂດ່ໂດ້ ບຸນປະເສີດ ວັນທານຸວົງ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ຈຸດເລີ່ມຕົ້ນ ຂອງການມາຮ່ວມເປັນພະເອກເອັມວີໃນຄັ້ງນີີ້ແມ່ນ ເລີ່ມມາຈາກມີຜູ້ໃຫຍ່ໃຈດີໄດ້ເເນະນໍາ ແລະ ທາບທາມນ້ອງມາ ເພາະເຂົາເຈົ້າເຫັນນ້ອງໃນເວທີການກວດຊາຍງາມ ເເລະ ເຫັນນ້ອງໃນຜົນງານຕ່າງໆທີ່ນ້ອງເຮັດຜ່ານມາເປັນນ້ອງໃຫມ່ໃນວົງການ ເຊິ່ງນ້ອງເອງກໍມີຄວາມມັກໃນການສະເເດງຢູ່ເເລ້ວ ເພາະເປັນສິ່ງທີ່ທ້າທ້າຍ ເເລະ ເປັນອີ່ຫຍັງທີ່ໃຫມ່ສໍາລັບສຳລັບໂຕເອງ.

ສໍາລັບຕົວລະຄອນທີ່ໂດ້ໄດ້ຮັບ ແມ່ນມີຄວາມຮູ້ສຶກທ້າທ້າຍຫລາຍ ເພາະຕ້ອງໄດ້ຮັບບົດເປັນພະເອກເເລະ ເປັນໂຕລະຄອນທີ່ Drama ດຶງບົດເສົ້າ ເເລະ ກົດດັນຫລາຍ ອີກຢ່າງຫນຶ່ຄືການໄດ້ຮ່ວມງານກັບທີມງານມືອາຊີບຫລາຍເຊິ່ງເຮົາກໍ່ຢາກເຮັດໃຫ້ອອກມາດີໃຫ້ສົມກັບໂອກາດທີ່ຜູ້ໃຫຍ່ໃຫ້ມາ.

ຄວາມຍາກງ່າຍໃນຄັ້ງນີ້ ໂດ້ເອງຄິດວ່າມີຄວາມຢາກຫລາຍເລີຍ ເເລະ ກໍ່ທ້າທາຍນໍາ ເພາະເຮົາໄດ້ເເບກຄວາມກົດດັນຂອງທີມງານ ເເລ ະຫມູ່ເພື່ອນນັກສະເເດງທີ່ມາຮ່ວມງານກັນ ເເຕ່ກໍ່ບໍ່ເກີນຄວາມສາມາດຂອງຄົນທຸກຄົນ  ເພາະການສະແດງຄືການທີ່ເຮົາໄດ້ສື່ອາລົມຂອງຕົວລະຄອນນັ້ນອອກມາໃຫ້ຜູ້ເບິ່ງໄດ້ຮັບຮູ້ເຖິງຄວາມຮູ້ສຶກຂອງໂຕລະຄອນທີ່ເຮົາສະເເດງອອກມາໃຫ້ຄົນເບິ່ງໄດ້ເຂົ້າໃຈທີ່ສຸດ ແລະ ອິນກັບຕົວລະຄອນທີ່ເຮົາຕ້ອງການຢາກສື່ນັ້ນ.

ສໍາລັບຜົນງານຂອງໂດ້ເອງ ໃນຕອນນີ້ ກໍ່ແມ່ນການກໍາລັງປະກວດຊາຍງາມ ເເລະ ກໍາລັງກຽມໂປເຈັກເປັນພີເຊັນເຕີ້ເເບນເສື້ອກິລາ,ຖ່າຍເອັມວີເພງ, ກໍາລັງລົມໃນເລື່ອງຂອງການສະແດງ Series ນອກຈາກວຽກວົງການເເລ້ວນ້ອງກໍາລັງກຽມໂຕໄປເເຂ່ງງານມາຫາວິທະຍາໄລອາຊຽນ ເເລະ ຊີເກມທີ່ກໍາລັງຈະມາເຖິງນີ້. ສຸດທ້າຍນີ້ກໍ່ຂໍຝາກຜົນງານ ຂອງຫນຸ່ມຄົນເກັ່ງ ນັກກິລາກໍ່ໄດ້, ການບັນເທີງກໍ່ເດັ່ນຄົນນີ້ນໍາເດີ້ ທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງນ້ອງໄດ້ຜ່ານທາງ ເຟສບຸກສ່ວນຕົວ Do Vanthanuvong.

ນາງເອກເອັມວີ

ນັກຮ້ອງ

ນັກຮ້ອງ

ຮູບ: Do Vanthanuvong.