ຣາດູຄານູ ກຽມດືງ ເບລທ໌ ມາເປັນຄູຝຶກສ່ວນຕົວລຸຍລະດູການ 2022

495

ເອັມມາ ຣາດູຄານູ ນັກເທັນນິສຍິງດາວເດັ່ນອາຍຸ 18 ປີເຈົ້າຂອງແຊັມຍິງດ່ຽວແກຣນສະແລມ ຢູເອັສ ໂອເພັນ 2021 ກຽມໄດ້ ທໍເບນ ເບລທ໌ ມາເຮັດໜ້າທີ່ເປັນຄູຝືກ ເພື່ອກຽມຄວາມພ້ອມລຸຍລະດູການ 2022.

ທໍເບນ ເບລທ໌ ອະດີດນັກເທັນນິສຊາວເຢຍລະມັນປັດຈຸບັນອາຍຸ 44 ປີແລ້ວ ເຄີຍເປັນຄູຝຶກຂອງ ແອງເຈລິກ ແຄບີ ໃນໄລຍະທີ່ພາ ແຄເບີ ຄວ້າແຊັມແກຣນສະແລມ ອົດສະຕາລີ ໂອເພັນ ແລະ ຢູເອັສ ໂອເພັນ ໃນປີ 2016 ກ່ອນທີ່ ແຄເບີ ຈະປະກາດແຍກທາງໃນປີ 2022.

ຫຼ້າສຸດ ເທເລກຣາຟ ສື່ຊັ້ນນໍາຂອງປະເທດອັງກິດ ລະບຸວ່າ: ທໍເບນ ເບລທ໌ ເດີນທາງມາພົບກັບ ຣາດູຄານູ ແລະ ຄຣິສ ເຮລເລຍ ຜູ້ຈັດການສ່ວນຕົວທີ່ລາວ ທີ່ຮ້ານກາເຟແຫ່ງໜຶ່ງໃນເມືອງອໍປິງຕັນ ໃນນະຄອນຫຼວງລອນດອນ ປະເທດອັງກິດ ເພື່ອຕົກລົງລາຍລະອຽດທີ່ເຂົ້າເປັນຄູຝືກໃນປີ 2022.

ຣາດູຄານູ ກ່າວວ່າ: “ ຂ້ອຍຮູ້ສຶກມີແຮງກະຕຸ້ນ ກ່ຽວກັບການຝຶກຊ້ອມຂອງຂ້ອຍ, ຂ້ອຍຜ່ານການທົດລອງຫຼາຍໆຢ່າງ ແລະ ກໍຜ່ານໄປດ້ວຍດີ, ຂ້ອຍກໍາລັງຫາໃຜສັກຄົນມາຮ່ວມງານ ແລະ ຂ້ອຍກໍຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະໄດ້ເລີ່ມງານທີ່ດີ ”.