ເຕັກນິກການຫຼິ້ນກີລາກ໊ອຟ: ຮູບແບບການແຂ່ງຂັນກ໊ອຟປະເພດ ທີມ – ດ່ຽວ

496

ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍາ ການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ເຕັກນິກການຫຼິ້ນກ໊ອຟກ໊ອຟໃນຮູບແບບຕ່າງໆໄປນໍາກັນ ໃນແຕ່ລະອາທິດ, ເຊິ່ງມື້ນີ້ເຂົ້າສູ່ບົດທີ 4 ຮູບແບບການແຂ່ງຂັນປະເພດຕ່າງໆຂອງກີລາກ໊ອຟ ດັ່ງນີ້:

+ຮູບແບບການແຂ່ງຂັນກ໊ອຟປະເພດທີມມີດັ່ງນີ້:
1.ການຫຼິ້ນແບບ ສະເກມເບິລ ( Scramble )
-ໃຫ້ຜູ້ຫຼິ້ນໃນທີມທຸກຄົນທີອ໊ອຟຄົນລະ 1 ລູກ ລວມ 5 ລູກ ຈາກທຸກຂຸມ ແລ້ວເລືອກລູກທີ່ມີທໍາເລທີ່ດີທີ່ສຸດໄວ້ຫຼິ້ນໃນຊ໊ອດທີສອງ
-ໃຫ້ຜູ້ຫຼິ້ນ 4 ຄົນ ທີ່ເຫຼືອເຄື່ອນຍ້າຍລູກຂອງຕົວເອງມາວາງບໍລິເວນໃຫ້ທີ່ສຸດໄວ້ຫຼິ້ນຊ໊ອດຕໍ່ໄປ ໂດຍເຄື່ອນຍ້າຍລູກມາວາງທີ່ດຽວກັນ
-ແລ້ວໃຫ້ຫຼິ້ນໄປທັງ 4 ລູກຈົນກວ່າລູກຈະລົງຂຸມ ( ເຈົ້າຂອງລູກທີ່ດີທີ່ສຸດຂອງທຸກໆຊ໊ອດ ເຊິ່ງທີມເລືອກຫຼິ້ນລູກດັ່ງກ່າວ ບໍ່ມີສິດຫຼິ້ນໃນຊ໊ອດຕໍ່ໄປ ).

2.ການຫຼິ້ນແບບ ໂຟຊໍາ ( Foursome ): ເປັນການຫຼິ້ນແບບແມັດເພລ ( 29-2 ) ລະຫວ່າງຜູ້ຫຼິ້ນສອງຝ່າຍໆລະ 2 ຄົນ, ແຕ່ລະຝ່າຍໃຫ້ໃຊ້ລູກຝ່າຍລະລູກສະຫຼັບກັນຕີຄົນລະຄັ້ງ ຈາກແທນທີ ( ຈຸດເລີ່ມ ) ແລະ ສະລັບກັນຕີລະຫວ່າງການຫຼິ້ນຈົນລູກລົງຂຸມແບບ ສະໂຕຣກເພລ ( 29-3 ).
3.ການຫຼິ້ນແບບ Four-ball Match Play ( 30-3 ): ຫຼິ້ນແບບແມັດເພລ ການຫຼິ້ນລະວຫ່າງຜູ້ຫຼິ້ນຝ່າຍລະ 2 ຄົນ ແຕ່ລະຄົນຫຼິ້ນລູກຂອງຕົວເອງ ນັບຄະແນນລູກທີ່ດີກວ່າຂອງແຕ່ລະຝ່າຍທີ່ຫຼິ້ນຈົນລົງຂຸມ
4.ການຫຼິ້ນແບບ Fore-ball Stroke ( 31 ): ຫຼິ້ນແບບນັບສະໂຕຣກຜູ້ຫຼິ້ນຝ່າຍລະ 2 ຄົນ ແຕ່ລະຄົນຫຼິ້ນລູກຂອງຕົວເອງຈົນກະທັ້ງລົງຂຸມ ນັບຄະແນນລູກທີ່ດີກວ່າແຕ່ລະຝ່າຍເປັນຄະແນນຂຸມນັ້ນ.

+ຮູບແບບການແຂ່ງຂັນປະເພດແມັດເພລ ແລະ ສະໂຕຣກເພລ
1.Form of Match Play:
-ປະເພດດ່ຽວ ( Single ) ໝາຍເຖິງແມັດລະຫວ່າງຜູ້ຫຼິ້ນໜຶ່ງຄົນ ກັບ ຜູ້ຫຼິ້ນຄົນອື່ນໆແບບຕົວຕໍ່ຕົວ
-ປະເພດ Threesome ໝາຍເຖິງ ແມັດລະຫວ່າງຜູ້ຫຼິ້ນໜຶ່ງຄົນ ແຂ່ງກັບຜູ້ຫຼິ້ນສອງຄົນ ແລະ ແຕ່ລະຝ່າຍໃຊ້ລູກກ໊ອຟຄົນລະໜ່ວຍ
-ປະເພດ Foresome ໝາຍເຖິງ ແມັດລະຫວ່າງຜູ້ຫຼິ້ນສອງຄົນແຂ່ງ ກັບ ຜູ້ຫຼິ້ນສອງຄົນ ແລະ ແຕ່ລະຝ່າຍໃຊ້ລູກກ໊ອຟໜຶ່ງໜ່ວຍ

-ປະເພດ Treeball ໝາຍເຖິງ ແມັດລະຫວ່າງຜູ້ຫຼິ້ນສາມຄົນ ແລະ ແຕ່ລະຄົນໃຊ້ລູກຄົນລະໜຶ່ງໜ່ວຍ ເຊິ່ງແຕ່ລະຄົນຫຼິ້ນສອງແມັດ
-ປະເພດ Bestball ໝາຍເຖິງ ແມັດລະຫວ່າງຜູ້ຫຼິ້ນໜຶ່ງຄົນແຂ່ງ ກັບ ລູກທີ່ດີທີ່ສຸດຂອງຜູ້ຫຼິ້ນສອງຄົນ ຫຼື ແຂ່ງກັບລູກທີ່ດີທີ່ສຸດຂອງຜູ້ຫຼິ້ນສາມຄົນ.
-ປະເພດ Foreball ໝາຍເຖິງແມັດລະຫວ່າງລູກທີ່ດີກວ່າຂອງຜູ້ຫຼິ້ນສອງຄົນແຂ່ງ ກັບ ລູກທີ່ດີກວ່າຂອງຜູ້ຫຼິ້ນອີກສອງຄົນ
2.Form of Stroke Play

-ປະເພດບຸກຄົນ ( Single ) ໝາຍເຖິງ ການແຂ່ງຂັນທີ່ມີຜູ້ຫຼິ້ນແຂ່ງຂັນແຕ່ລະຄົນຫຼິ້ນແບບບຸກຄົນນັບຄະແນນທີ່ຕີໄດ້ຕາມຕົວຈິງ
-ປະເພດ Foresome ໝາຍເຖິງການແຂ່ງຂັນທີ່ຜູ້ແຂ່ງຂັນສອງຄົນ ຫຼິ້ນຮ່ວມກັນ ແລະ ໃຊ້ລູກກ໊ອຟໜຶ່ງໜ່ວຍ ຜັດປ່ຽນກັນຕີຈາກແທນທີອ໊ອຟ ຈົນກະທັ້ງລົງຂຸມ
-ປະເພດ Foreball ໝາຍເຖິງຜູ້ແຂ່ງຂັນ 2 ຄົນຫຼິ້ນຮ່ວມກັນ ໂດຍແຕ່ລະຄົນຫຼິ້ນລູກຂອງຕົວເອງນັບຄະແນນທີ່ຕໍ່າກວ່າທັງສອງຝ່າຍເປັນຄະແນນສໍາລັບຂຸມນັ້ນ
ຮູບ: ບັນຍາກາດທີ່ ສະໜາມກ໊ອຟ ລາວຄັນທຣີ ຄລັບ