ມາເບີ່ງຄວາມພ້ອມ ຖ້າຫາກວ່າລາວເຮົາ ຈະເປີດປະເທດ

422

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ ປັດຈຸບັນກະແສເປີດປະເທດກຳລັງເປັນປະເດັນຫຼາຍປະເທດທົ່ວໂລກ ກໍ່ຄື ປະເທດໄກ້ຄຽງ ແລະ ລວມທັງປະເທດ ຂອງພວກເຮົາ. ມີຫຼາຍປະເທດທີ່ອັດຕາການສັກຢາສູງກ່ວາ 70-90% ແມ່ນເລີ້ມເປີດປະເທດ ແຕ່ດ້ວຍເງື່ອນໄຂຕ່າງໆ ທີ່ຜູ້ຄົນເຂົ້າມາຈະຕ້ອງໄດ້ປະຕິບັດຕາມຢ່າງເຄັ່ງຂັດ, ເປັນຕົ້ນ ການກວດຊອກຫາເຊື້ອໂຄວິດພາຍໃນ 72 ຊມ, ການສັກວັກຊີນຄົບ, Roadmap ຂອງການເຂົ້າມາຢ່າງຊັດເຈນ


ນັກວິຊາການຫຼາຍທ່ານແມ່ນໄດ້ຍົກຫົວຂໍ້ທີ່ກຳລັງຮິດໃນປະຈຸບັນຄື:” ການຢູ່ຮ່ວມກັບ ພະຍາດ ໂຄວິດ 19”, ຊຶ່ງມື້ນີ້ຂ້າພະເຈົ້າຈະມາອະທິບາຍວ່າເຮົາຊີ່ຢູ່ນໍາມັນຢ່າງປອດໄພໄດ້ແນວໃດ? ແລະ ເງື່ອນໄຂກ້າວໄປສູ່ການເປີດປະເທດພວກເຮົາຕ້ອງມີຄວາມຕຽມພ້ອມແນວໃດ?

ສຳຫຼັບ ສປປ ລາວ ພວກເຮົາມາເບີ່ງຄວາມຕຽມພ້ອມມີແນວໃດ? ປະຈຸບັນ ອັດຕາການສັກຢາທົ່ວປະເທດແມ່ນສັກເຂັມທີ 1 ໄດ້ 3.476.846 (ອັດຕາປົກຄຸມ 47.38 %) ແລະ ທຸກເຂັມທີ່ແນະນໍາ 2.936.022 (ອັດຕາປົກຄຸມ 40.01 %).

ຖ້າເບີ່ງລົງເລີກແຕ່ລະກຸ່ມເປົ້າໝາຍຈະເຫັນວ່າ ອັດຕາການສັກຢາໃນກຸ່ມແພດແມ່ນ 70%; ກຸ່ມສູງອາຍຸພຽງ 60% ແລະ ຜູ້ມີພະຍາດປະຈຳໂຕ 86.5% ແລະ ແຕ່ລະແຂວງນັ້ນເຫັນວ່າມີພຽງແຕ່ 2 ແຂວງເທົ່ານັ້ນທີ່ບັນລຸ ເກີນ 50%, ຄື ນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ!

ດັ່ງນັ້ນ ຖ້າພວກເຮົາຢາກເປີດປະເທດ ມີຄວາມຈໍາເປັນທີ່ຈະຕ້ອງເລັ່ງລັດການສັກວັກຊີນໃຫ້ບັນລຸເປົ້າໝາຍ 70% ແລະ ສະຖານທີ່ການບໍລິການສາທາລະນະ ຕ້ອງມີມາດຕະການປ້ອງກັນທີ່ດີຫັດກຸມເຊັ່ນ: ກັ່ນກອງອຸນຫະພູມ, ມີເຈວລ້າງມື, ທຸກຄົນຕ້ອງຕິດຕັ້ງ ແອັບ ລາວສູ້ໆ, ທຸກຄົນທີ່ເຮັດວຽກໃນຂົງເຂດການບໍລິການ ແມ່ນຕ້ອງໄດ້ສັກຢາ 100% ແລະ ຕ້ອງມີກົນໄກກວດກາມາດຕະຖານຂອງສະຖານທີ່ຕ່າງໆສາມາດເປີດບໍລິການໄດ້ ແຕ່ຕ້ອງປອດໄພສູງສຸດ…


ແລະ ທຸກຄົນຕ້ອງໄດ້ຕື່ນຕົວນຳກັນໃນການປ້ອງກັນຕົນເອງດັ່ງທີ່ໄດ້ປະຕິບັດໃນໄລຍະຜ່ານມາ ແລະ ການເປີດແມ່ນທັງເຮັດ ແລະ ຖອດຖອນບົດຮຽນ ເທື່ອລະກ້າວເພື່ອດັດປັບມາດຕະການຕ່າງໆ ໃຫ້ແທດເໝາະຕາມສະພາບການຄວາມເປັນຈີງ.