ການບິນລາວປະກາດ! ຕົວແທນໃດຂາຍປີ້ຍົນເກີນລາຄາຈະຖອນສິດການຂາຍທັນທີ

408

ໃນທຸກວັນນີ້ພວກເຮົາຮູ້ກັນດີວ່າ ທຸກຄົນແມ່ນລ້ວນແລ້ວແຕ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ19 ເສດຖະກິດກໍ່ບໍ່ຄ່ອຍດີ ດັ່ງນັ້ນ, ທຸກພາກສ່ວນແມ່ນຕ້ອງໄດ້ເຫັນໃຈເຊິ່ງກັນ ແລະ ກັນ ບໍ່ຄວນເອົາລັດເອົາປຽບກັນ ບໍ່ວ່າໃນທາງການໃຊ້ຊີວິດ ຫຼື ທຸລະກິດກໍ່ຕາມ.

ຈາກຂ່າວທີ່ກຳລັງເປັນກະແສ ແລະ ໄດ້ຮັບຄວາມສົນໃຈຫຼາຍ ຈາກກຸ່ມນັກສຶກສາທີ່ຕ້ອງການເດີນທາງໄປປ້ອງກັນບົດ ທີ່ ສປ.ຈີນ ໄດ້ໄປຊື້ປີ້ຍົນ ແຕ່ປະກົດວ່າ ຕ້ອງຊື້ປີ້ຍົນແພງເຖິງ 3.500 ໂດລາຕໍ່ປີ້(ສາມພັນຫ້າຮ້ອຍໂດລາ) ພຽງບິນຈາກວຽງຈັນໄປຄຸນໝິງ ຈາກເດີມ 481ໂດລາ/ປີ້, ເຊິ່ງຖືວ່າເປັນລາຄາທີ່ແພງເກີນໄປ.

ຕໍ່ກັບບັນຫາດັ່ງກ່າວນັ້ນ, ຫຼ້າສຸດນີ້ ໃນວັນທີ 11 ພະຈິກ 2021 ທາງລັດວິສາຫະກິດການບິນລາວກໍ່ໄດ້ອອກຊີ້ແຈງດ່ວນ ເນື່ອງຈາກການກະທຳດັ່ງກ່າວ ແມ່ນເປັນການສົ່ງຜົນເສຍຫາຍ ແລະ ພາບພົດ ຂອງລັດວິຫາຫະກິດການບິນລາວ ພ້ອມທັງເປັນການເອົາລັດເອົາປຽບຕໍ່ຜູ້ຊົມໃຊ້ກໍ່ຄືລູກຄ້າຂອງການບິນລາວ ແທນທີ່ຈະຊ່ວຍເຫຼືອກັນ ໃນສະພາບເສດຖະກິດທີ່ເປັນແບບນີ້.

ທາງລັດວິຫາຫະກິດການບິນລາວ ແມ່ນລະບຸຢ່າງຊັດເຈນເຖິງບັນດາຕົວແທນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງກັບການຂາຍປີ້ເຮືອບິນຂອງລັດວິສາຫະກິດການບິນລາວ ໃນເສັ້ນທາງ ວຽງຈັນ-ຄຸນໝິງ ແມ່ນບໍ່ອະນຸຍາດໃຫ້ຂາຍເກີນລາຄາທີ່ການບິນລາວກຳນົດໃຫ້ຄືບໍ່ເກີນ 20%.

ແຕ່ຖ້າຫາກພົບເຫັນມີການຂາຍເກີນລາຄາດັ່ງກ່າວ ທາງລັດວິສາຫະກິດການບິນລາວ ຈະໄດ້ຢຸດຕິການຂາຍປີ້ເຮືອບິນ ແລະ ຖອນສິດໃນການເປັນຕົວແທນຂອງການບິນລາວທັນທີ!

ດັ່ງນັ້ນ, ຈິ່ງແຈ້ງມາເພື່ອຊາບ ແລະ ປະຕິບັດຢ່າງເຂັ້ມງວດດ້ວຍ! ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມຮ່ວມມືທີ່ດີຈາກທ່ານເໝືອນດັ່ງທີ່ຜ່ານມາ.