ເສຍໃຈນໍາຄອບຄົວ ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມື້ນີ້

1243

ວັນທີ 11 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 945 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 942 ຄົນ ເປັນກໍລະນີນຳເຂົ້າ 3 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຫຼາຍກວ່າໝູ່ຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 503 ຄົນ, ແຂວງຫຼວງພະບາງ 98 ຄົນ, ແຂວງວຽງຈັນ 57 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 2 ຄົົນ ຍອດຜູ້ຕິດສະສົມມາຮອດປັດຈຸບັນ 50.977 ຄົນ, ເສຍຊີວິດສະສົມ 93 (ໃໝ່ 2 ຄົນ), ປິ່ນປົວຫາຍດີ 449 ຄົນ.

ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ມີດັ່ງນີ້ຄື

1 ຜູ້ທີ 1 ເພດຍິງ ອາຍຸ 67 ປີ, ເປັນແມ່ເຮືອນ ຢູ່ບ້ານດອນກວດ ເມືອງ ວຽງຄໍາດ ແຂວງວຽງຈັນ ມີພະຍາດປະຈໍາໂຕ ມະເຮັງທໍ່ນໍ້າບີ, ບໍ່ໄດ້ສັກວັກຊີນ ການຕິດເຊື້ອແມ່ນຈາກສະມາຊິກຄົນໃນຄອບຄົວ,


ວັນທີ 28 ຕຸລາ 2021 ຜູ້ກ່ຽວເຂົ້ານອນໂຮງໝໍແຂວງວຽງຈັນ ດ້ວຍອາການເບື້ອງຕົ້ນ, ຖ່າຍດໍາ, ໂຕເຫຼືອງ, ຕາເຫຼືອງ ເຈັບແໜ້ນທ້ອງ ແລະ ຄົນໃກ້ຄຽງໄດ້ແຈ້ງຜົນກວດໂຄວິດວ່າ ພົບເຊື້ອ ດັງນັ້ນມາຮອດມື້ວັນທີ 2 ພະຈິກ 2021 ຜູ້ກ່ຽວກໍໄດ້ເກັບຕົວຢ່າງ ແລະ ກວດພົບເຊື້ອໃນເວລາ 17 ໂມງ, ໄດ້ສົ່ງຕໍ່ໄປສູນປິ້ນປົວໂຄວິດ ຢູ່ທີ່ເມືອງ ໂພນໂຮງ

ແລະ ໃນນອນປິ່ນປົວມາຮອດວັນທີ 10 ພະຈິກ 2021 ໄລຍະເວລາການປິ່ນປົວນັ້ນ ອາການກໍບໍ່ຄ່ອຍດີຂຶ້ນ ແລະ ມີການຊຸດໂຊມລົງເລື້ອຍໆ ກິ່ນບໍ່ໄດ້ອິດເມື່ອຍ ຈ່ອຍຕົນໂຕເຫຼືອງ, ທ້ອງເບັງ ຕໍ່ມາຜູ້ກ່ຽວກໍມີພາວະຫົວໃຈຢຸດເຕັ້ນ.

2 ຜູ້ທີ 2. ເພດຍິງ, ອາຍຸ 99 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນກຸງ, ນະຄອນປາກເຊ, ແຂວງຈໍາປາສັກ
ພະຍາດປະຈໍາຕົວ ເປັນພະຍາດເບົາຫວານ ຫລາຍກວ່າ 10 ປີ (ສັກຢາເບົາຫວານ ເປັນປະຈໍາ) ແລະ ຄວາມດັນເລືອດສູງ, ໄດ້ສັກຢາວັກຊີນ J&J ຄົບ 01 ເຂັມ

.

ຜູ້ກ່ຽວ ໄດ້ສໍາຜັດກັບຄົນໃນຄອບຄົວ ທີ່ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ, ວັນທີ 04 ພະຈິກ 2021 ຜູ້ກ່ຽວມີອາການໄຂ້ ແລະ ໄອ

ວັນທີ 08 ພະຈິກ 2021 ຜູ້ກ່ຽວໄດ້ມາກວດ ແລະ ປີ່ນປົວຢູ່ໂຮງໝໍແຂວງດ້ວຍອາການງ້ວງຊືມ, ໄຂ້ ແລະ ໄອ ພ້ອມທັງເກັບຕົວຢ່າງມາກວດຊອກກາພະຍາດໂຄວິດ-19 ຊື່ງຜົນກວດອອກມາພົບເຊື້ອ ແລ້ວສົ່ງເຂົ້ານອນປີ່ນປົວ.
ໄລຍະເວລາການປີ່ນປົວ ຢູ່ສູນດັ່ງກ່າວ ແຕ່ວັນທີ 08-09 ພະຈິກ 2021, ເປັນເວລາ 02 ມື້
ມາຮອດເວລາ 23:40 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ