ເຈົ້າໜ້າທີ່ບຸກກວດ ເທັກດັງທີ່ອົດບໍ່ໄຫວ ເປີດຮັບລູກຄ້າ 46 ຄົນເຂົ້າຮ້ານກິນດື່ມ

481

ການແຜ່ລະບາດຂອງໂຄວິດ19 ບໍ່ວ່າຈະຮອບໃດກໍ່ຕາມ ຜູ້ທີ່ເຮັດວຽກໜັກແມ່ນຄະນະສະເພາະກິດທຸກພາກສ່ວນຈົນບໍ່ໄດ້ຫຼັບໄດ້ນອນ ທັງໝົດແມ່ນທຸ່ມເທເຫື່ອແຮງ ເພື່ອເປັນດ່ານໜ້າສະກັດກັ້ນຊ່ອງທາງການແຜ່ລະບາດໃຫ້ແກ່ປະຊາຊົນ ແຕ່ໃນເວລາດຽວກັນກໍ່ຍັງມີຫຼາຍຄົນເມີນເສີຍບໍ່ໃຫ້ຄວາມຮ່ວມມື ແຖມລະເມີດຕໍ່ມາດຕະການປ້ອງການຕ່າງໆທີ່ວາງອອກໃນແຕ່ລະໄລຍະ.

ເຫດການຫຼ້າສຸດນີ້ຄືໃນເວລາ 1:00 ໂມງ ຂອງວັນທີ 10 ພະຈິກ 2021 ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການ ປກສ ນະຄອນຫຼວງວຽຈັນ ໄດ້ຮັບລາຍງານຈາກພົນລະເມືອງວ່າ: ຮ້ານບັນເທີງອ໋ອດສ໌ກາ ຕັ້ງຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປີດບໍລິການໃຫ້ລູກຄ້າເຂົ້າມາໃຊ້ບໍລິການ ກິນດື່ມມ່ວນຊື່ນໂດຍຂັດກັບມາດຕະການຂອງຄະນະສະເພາະກິດວາງອອກ.

ພັຕ ໂດນ ວົງໄກສອນ ຮອງຫົວໜ້າສຳນັກກອງພັນປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ຜ່ານການລົງກວດກາຮ້ານບັນເທີງອ໋ອດສ໌ກາ ພົບເຫັນຜູ້ລະເມີດຄໍາສັ່ງ ແລະ ແຈ້ງການ ເຂົ້າໃຊ້ບໍລິການ, ມົ້ວສຸມກິນດື່ມສິ່ງມືນເມົາຫຼາຍຊະນິດ ຈຳນວນ 46 ຄົນ ຍິງ 21 ຄົນ, ໃນນີ້ ສັນຊາດຈີນ 24 ຄົນ ຍິງ 3 ຄົນ ຜ່ານການກວດກາໃນຮ້ານບັນເທີງ ພົບເຫັນສິ່ງທີ່ຜິດກົດໝາຍຫຼາຍລາຍການເຊັ່ນ: ຜົງເສບຕິດສີຂາວ 2 ຜົງ, ພົບເຫັນເງິນ 25.700 ໂດລາ ຊຸກເຊື່ອງໄວຢູ່ຫ້ອງ, ບັ້ງອົກຊີແຊນ 7 ບັ້ງ, ກຸ່ມເປົ້າໃຊ້ສຳລັບບັນຈຸອົກຊີໄວ້ສູບດົມ 97 ໜ່ວຍ ແລະ ເຄື່ອງຂອງອີກຈຳນວນໜຶ່ງ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ກຳລັງສອບສວນເປີດກວ້າງເກັບກຳເອົາຂໍ້ມູນຫຼັກຖານ, ສ່ວນຜູ້ມາໃຊ້ບໍລິການຈຳນວນ 46 ຄົນ, ຍິງ 21 ຄົນ ພາຍຫຼັງເອົາຂໍ້ມູນເບື້ອງຕົ້ນສຳເລັດ ຈະໄດ້ນຳໄປກັກກັນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລ້ວຈື່ງຈະນໍາຕົວມາດໍາເນີນຄະດີຕາມກົດໝາຍ.