ປາກ ຮັງ ຊໍ ຕໍ່ສັນຍາຄຸມ ທີມຊາດຫວຽດນາມ ເຖິງປີ 2023 ສ້າງຄວາມອຸ່ນໃຈກ່ອນລຸຍ SUZUKI

408

ສະຫະພັນບານເຕະຫວຽດນາມ ປະກາດຢືນຢັນຢ່າງເປັນທາງການວ່າ: ປາກ ຮັງ ຊໍ ຫົວໜ້າຄູຝຶກໃຫຍ່ຊາວ ສ. ເກົາຫຼີ ຕໍ່ສັນຍາຄຸມ ທີມຊາດຫວຽດນາມ ໄປຈົນເຖິງວັນທີ 31 ມັງກອນ 2023 ເປັນທີ່ຮຽບຮ້ອຍ.

ສັນຍາສະບັບເກົ່າຂອງ ປາກ ຮັງ ຊໍ ກັບ ທີມຊາດຫວຽດນາມ ຈະໝົດພາຍໃນເດືອນມັງກອນ 2022 ເຊິ່ງກ່ອນໜ້ານີ້ມີຂ່າວລືວ່າ ລາວບໍ່ຕໍ່ສັນຍາ , ແຕ່ຫຼ້າສຸດມີການຢືນຢັນຮຽບຮ້ອຍວ່າ ມີການຕໍ່ສັນຍາສະບັບໃໝ່ຢ່າງເປັນທາງການ.

ແນ່ນອນວ່າ: ປາກ ຮັງ ຊໍ ຈະພາທີມຊາດຫວຽດນາມລຸຍລາຍການສໍາຄັນຢ່າງ AFF SUZUKI CUP 2020 ທີ່ຈະເປີດສາກຂຶ້ນໃນວັນທີ 5 ທັນວາ 2021 – 1 ມັງກອນ 2022 ແລະ ບານເຕະໃນ ຊີເກມ ຄັ້ງທີ 31 ລວມເຖິງບານໂລກ 2022 ຮອບຄັດເລືອກຮອບສຸດທ້າຍ ( 12 ທີມ ) ຕໍ່ໄປ.

B555: ປາກ ຮັງ ຊໍ ຕໍ່ສັນຍາຄຸມທີມຊາດຫວຽດນາມ ໄປຈົນເຖິງປີ 2023