ທະນາຄານກາງຈີນ ເປີດຕົວໂຄງການ ຫວັງຫຼຸດການປ່ອຍມົນລະພິດ

220

ສຳ​ນັກ​ຂ່າວ​ຊິນ​ຮ​ວາ​ລາຍ​ງານ​ວ່າ ທະ​ນາ​ຄານ​ກາງ ແຫ່ງ ສ​ປ ຈີນ (PBOC) ໄດ້​ອອກ​ຖະ​ແຫຼງ​ການ​ລະ​ບຸ​ວ່າ: ທະ​ນາ​ຄານ​ກາງ​ຈີນ ຈະ​ຈັດ​ສັນ​ເງິນ​ກູ້ດອກ​ເບ້ຍ​ຕ່ຳ​ໃຫ້​ແກ່​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ ແລ້ວ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ເຫຼົ່າ​ນັ້ນ​ປ່ອຍ​ກູ້​ຕໍ່​ໃຫ້​ບໍ​ລິ​ສັດ​ຕ່າງໆ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ໃນ​ການຫຼຸດ​ການ​ປ່ອຍ​ກາກບອນ​ໄດ​ອ໊ອກ​ໄຊ ຫຼື ຫັນ​ມາ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ, ການ​ປະ​ຢັດ​ພະ​ລັງ​ງານ ແລະ ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ຕາມ​ນະ​ໂຍ​ບາຍຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ ບົນ​ພື້ນ​ຖານ​ການ​ຕັດ​ສິນ​ໃຈ​ທີ່​ເປັນ​ອິດ​ສະຫຼະ ແລະ ການຍອມ​ຮັບ​ຄວາມ​ສ່ຽງ ອີກ​ທັງ ຍັງ​ສາ​ມາດ​ລະ​ດົມ​ທຶນ​ເພື່ອ​ສັງ​ຄົມ​ເພີ່ມ​ຕື່ມ​ອີກ ເພື່ອ​ສົ່ງ​ເສີມ​ໃຫ້ຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ.

ຖະ​ແຫຼງ​ລະ​ບຸ​ວ່າ: ສະ​ຖາ​ບັນ​ການ​ເງິນ​ຕ່າງໆ ຄວນ​ປ່ອຍ​ເງິນ​ກູ້​ໂດຍ​ຄິດດອກ​ເບ້ຍ​ຕາມ​ອັດ​ຕາ​ດອກ​ເບ້ຍ​ອ້າງ​ອີງ ຫຼື ຄິດ​ອັດ​ຕາ​ດອກ​ເບ້ຍ​ລູກ​ຄ້າ​ຊັ້ນ​ດີ (LPR).

ທັງ​ນີ້ PBOC ຈະ​ກຳ​ນົດ​ໃຫ້ 60% ຂອງ​ເງິນ​ຕົ້​ນ ​ທີ່​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ປ່ອຍ​ກູ້​ນັ້ນ ເພື່ອຫຼຸດການ​ປ່ອຍ​ກາກບອນ​ໄດ​ອ໊ອກ​ໄຊ ໂດຍ​ຄິດ​ອັດ​ຕາ​ດອກ​ເບ້ຍ​ທີ່ 1,75% ຕໍ່​ປີ. ນອກ​ຈາກ​ນີ້ ນີ້ PBOC ຍັງ​ກຳ​ນົດ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ເຫຼົ່າ​ນັ້ນ​ຕ້ອງ​ເປີດ​ເຜີຍ​ຂໍ້​ມູນ​ໃຫ້​ສາ​ທາ​ລະ​ນະ​ຮັບ​ຮູ້​ກ່ຽວ​ກັບ​ເງິນ​ກູ້​ນັ້ນໆ ຕະຫຼອດ​ຮອດ​ຂໍ້​ມູນ​ ຫຼຸດການ​ປ່ອຍ​ອາຍ​ກາກບອນ​ທີ່​ມາ​ຈາກ​ເງິນ​ກູ້​ດັ່ງ​ກ່າວ​ນຳ​ອີກ.