ເອຢິບ ຈະປັບຂຶ້ນຄ່າທຳນຽມຜ່ານຄອງຊູເອຊ 6% ໃນປີ 2022

270

ສຳ​ນັກ​ຂ່າວຊິນຮວາ ລາຍ​ງານ​ວ່າ: ອົງການບໍ​ລິ​ຫານ​ຄອງຊູເອ​ຊ (SCA) ຂອງເອຢິບ ປະກາດຈະເພີ່ມຄ່າທຳ​ນຽມ​ສຳ​ລັບ​ເຮືອ​ບັນ​ທຸກ​ສິນ​ຄ້າ​ທີ່​ຜ່ານ​ຄອງ​ຊູ​ເອ​ຊ 6% ໃນປີ 2022.

ທ່ານ ໂອຊາມາ ເຣບີ ປະທານ​ອົງ​ການ​ບໍ​ລິ​ຫານ​ຄອງ​ຊູ​ເອ​ຊ ກ່າວວ່າ: ການປັບ​ຂຶ້ນຄ່າທຳ​ນຽມ ຜ່ານຄອງ​ຊູ​ເອ​ຊຈະມີ ຜົນບັງຄັບໃຊ້  ຕັ້ງແຕ່ເດືອນ ກຸມພາ 2022 ​ເປັນ​ຕົ້ນ​ໄປ ໂດຍຈະບໍ່ລວມ​ກຸ່ມ​ເຮືອທ່ອງທ່ຽວ ​ແລະ ​ເຮືອ​ຂົນ​ສົ່ງ​ແກັ​ສ​ທຳ​ມະ​ຊາດ ປະ​ເພດ​ແ​ຫຼວ (LNG) ​ເພື່ອ​ແນ​ໃສ່​ ໃຫ້​ມີ ຄວາມ​ສົ​ມດຸນ ​ແລະ ໝັ້ນຄົງ ​ເພື່ອ​ສ້າງຜົນ​ປະ​​ໂຫຍ​ດ ​ໃຫ້​ແກ່​ ອົງການ​ ​ແລະ  ກຸ່ມລູກຄ້າ.

ຜູ້​ບໍ​ລິ​ຫານ​ຄອງ​ຊູ​ເອ​ຊ ກ່າວ​ອີກວ່າ: ການດຳເນີນການ ດັ່ງກ່າວ ​ໄດ້​ຜ່ານການສຶກສາ ແລະ ປະ​ເມີນ​ຢ່າງ​ລະອຽດແລ້ວ ໂດຍອ້າງເຖິງ ການຄາດຄະ​ເນຂອງ ກອງທຶນການ​ເງິນສາກົນ (IMF) ​ເຊິ່ງ​ຄາດ​ວ່າ ເສດຖະກິດໂລກ ຈະເຕີບໂຕ 5,9% ໃນປີ 2021 ແລະ 4,9% ໃນປີ 2022. ນອກຈາກ​ນັ້ນ, ອົງການການຄ້າໂລກ (WTO) ຍັງຄາດວ່າ ປະລິມານ ການຄ້າໂລກ ຈະ​ຂະ​ຫຍາຍ​ຕົວຢ່າງຕໍ່ເນື່ອງ ແລະ ຄວາມຕ້ອງການ ການຂົນສົ່ງ ທາງທະເລ  ຈະເພີ່ມຂຶ້ນ  6,7% ໃນປີ 2021 ແລະ 4,7% ໃນປີ 2022.