ປຽບທຽບຄຸນສົມບັດຢາຂອງ Pfizer ແລະ Merck ຄວາມຫວັງສູ້ໂຄວິດ

223

ອຸດ​ສາ​ຫະ​ກຳ​ຢາ​ໂລກ ຍັງ​ແຂ່ງ​ຂັນ​ກັນ​ຢ່າງ​ຕໍ່​ເນື່ອງ ທ່າມ​ກາງ​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ ​ເພື່ອ​ຢຸດ​ຢັ້ງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼ້າ​ສຸດ​ເມື່ອທ້າຍ​ອາ​ທິດ​ຜ່ານ ບໍ​ລິ​ສັດ ຟາຍ​ເຊີ ອິ້ງ ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຂອງ​ສະ​ຫະ​ລັດ ໄດ້​ເປີດ​ຕົວ​ຢາ​ເມັດ​ຕ້ານ​ໂຄວິດ-19 ຊື່ “ແພັກ​ໂລ​ວິດ” (PAXLOVID) ພ້ອມ​ເປີດ​ເຜີຍ​ຂໍ້​ມູນ​ຜົນ​ການ​ທົດ​ລອງ​ໄລ​ຍະທີ 3 ເຊິ່ງ​ເປັນ​ໄລ​ຍະ​ສຸດ​ທ້າຍ​ວ່າ ມີ​ປະ​ສິດ​ທິ​ພາບ​ເຖິງ 89% ໂດຍ​ຜູ້​ບໍ​ລິ​ຫານ​ຂອງ​ຟາຍ​ເຊີ ລະ​ບຸ​ວ່າ ຂ່າວ​ດີ​ຄັ້ງ​ນີ້ ເປັນ​ຕົວ​ປ່ຽນ​ເກມ​ຢ່າງ​ແທ້​ຈິງ ໃນ​ຄວາມ​ພະ​ຍາ​ຍາມ​ຢຸດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄວາມ​ເຄື່ອນ​ໄຫວຫຼ້າ​ສຸດ​ຂອງ​ຟາຍ​ເຊີ ຈຶ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ທ້າ​ທາຍ​ເຖິງ​ຢາ​ເມັດ ໂມ​ລ​ນູ​ພີ​ຣາ​ເວຍ (MOLNUPIRAVIR) ທີ່​ຮ່ວມ​ກັນ​ພັດ​ທະ​ນາ​ໂດຍ ບໍ​ລິ​ສັດ​ເມີກ ແອນ ໂຄ ແລະ ບໍ​ລິ​ສັດ ຣິດ​ແບັກ ໄບ​ໂອ​ເທ​ຣາ​ພິວ​ຕິກ ເຊິ່ງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ນຳ​ໃຊ້​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໃນ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ແລ້ວ, ຂະ​ນະ​ທີ່​ອີກຫຼາຍ​ປະ​ເທດ ກໍ​ກຳ​ລັງ​ພິ​ຈາ​ລະ​ນາ​ນຳ​ໃຊ້​ແບບ​ສຸກ​ເສີນ.

ທັງ​ນີ້ ຜົນ​ການ​ທົດ​ລອງ​ໄລ​ຍະ​ທີ 3 ​ຢາ​ເມັດຂອງ​ຟາຍ​ເຊີ​ລະ​ບຸ​ວ່າ ສາ​ມາດຫຼຸດ​ອັດ​ຕາ​ການ​ເຂົ້າ​ໂຮງ​ໝໍ ຫຼື ຫຼຸດ​ອັດ​ຕາ​ການ​ເສຍ​ຊີ​ວິດ​ລົງ​ເຖິງ 90%, ຂະ​ນະ​ທີ່​ຢາ ໂມ​ລ​ນູ​ພີ​ຣາ​ເວຍ ຂອງ​ບໍ​ລິ​ສັດ​ເມີກ ສາ​ມາດຫຼຸດ​ອັດ​ຕາ​ການ​ເຂົ້າ​ໂຮງ​ໝໍ ຫຼື ເສຍ​ຊີ​ວິດ 50% ໂດຍ​ຂໍ້​ມູນ​ຈາກ​ທັງ 2 ບໍ​ລິ​ສັດ​ລະ​ບຸ​ວ່າ ຢາ​ເມັດ​ຕ້ານ​ໂຄວິດ-19 PAXLOVID ແລະ MOLNUPIRAVIR ຄວນ​ໃຫ້​ຜູ້​ປ່ວຍ​ໂຄວິດ-19 ຮັບ​ປະ​ທານ​ວັນ​ລະ 2 ຄັ້ງ ຕິດ​ຕໍ່​ກັນ​ເປັນ​ເວ​ລາ 5 ວັນ.

ບໍ​ລິ​ສັດ​ຟາຍ​ເຊີ ເປີດ​ເຜີຍ​ວ່າ ຈະ​ຜະ​ລິດ​ຢາ ແພັກ​ໂລ​ວິດ ໃຫ້​ໄດ້ 180.000 ແຜງ​ພາຍ​ໃນ​ທ້າຍ​ປີ​ນີ້ ແລະ ເພີ່ມ​ຂຶ້ນ​ເປັນ 20 ລ້ານ​ແຜງ ໃນ​ປີ 2022, ຂະ​ນະ​ທີ່​ບໍ​ລິ​ສັດ​ເມີກ ລະ​ບຸ​ວ່າ ຈະ​ຜະ​ລິດ​ຢາ ໂມ​ລ​ນູ​ພີ​ຣາ​ເວຍ ໃຫ້​ໄດ້ 10 ລ້ານ​ຄອ​ສ (ຊຸດ) ພາຍ​ໃນ​ປີ​ນີ້ ແລະ ເພີ່ມ​ເປັນ 20 ລ້ານ​ຊຸດ​ໃນ​ປີ 2022.

ແນວໃດກໍຕາມ ຜູ້ຊ່ຽວຊານລະບຸວ່າ ຂະນະນີ້ ຍັງບໍ່ສາມາດນຳຢາທັງ 2 ຊະນິດນີ້ ມາປຽບທຽບກັນໄດ້ ຈົນກວ່າຈະຮູ້ຂໍ້ມູນຄວາມສ່ຽງຕໍ່ຜູ້ປ່ວຍທີ່ຊັດເຈນກວ່ານີ້.