ລັດຖະມົນຕີ ຍທຂ ສະເໜີຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ສະບັບສ້າງໃໝ່ປະກອບມີ 13 ພາກ 12 ໝວດ ແລະ 91 ມາດຕາ

579

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂທທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ສະບັບສ້າງໃໝ່ ໃນວາລະການດຳເນີນກອງປະຊຸມສະໄໝສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ 2021.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ຮ່າງກົດໝາຍສະບັບສ້າງໃໝ່ນີ້ ແມ່ນປະກອບມີ 13 ພາກ, 12 ໝວດ ແລະ 91 ມາດຕາ ໂດຍມີການກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຍານພາຫະນະທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ, ທັນສະໄໝ ແລະ ລວມສູນ, ແນໃສ່ຮັບປະກັນໃຫ້ມີຄວາມສະດວກ, ຖືກຕ້ອງ ແລະ ໂປ່ງໃສ, ເປັນລະບຽບຮຽບຮ້ອຍ ແລະ ປົກປ້ອງຊີວິດ, ຊັບສິນ, ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ສາທາລະນະ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.


ທ່ານລັດຖະມົນຕີກະຊວງ ຍທຂ ໃຫ້ຮູ້ຕື່ມວ່າ: ວຽກງານຄຸ້ມຄອງຍານພາຫະນະທາງບົກ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈຳເປັນໃນການຄຸ້ມຄອງດ້ານມາດຕະຖານເຕັກນິກການນຳເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ນໍາໃຊ້ຍານພາຫະນະທາງບົກ ເພື່ອຮັບປະກັນໃຫ້ມີຄວາມສະດວກ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດ, ປັດຈຸບັນ ການເພີ່ມຂຶ້ນຂອງຍານພາຫະນະທາງບົກ ໃນແຕ່ລະປີ ສະເລ່ຍ 10-12%, ສະຖິຕິການຂຶ້ນທະບຽນສະສົມທົ່ວປະເທດຮອດເດືອນ 6 ປີ 2021 ມີ ຈໍານວນ 2.393.993 ຄັນ, ອັດຕາການເພີ່ມຂຶ້ນຂອງຍານພາຫະນະມັນໄດ້ສະແດງເຖິງການເຕີບໂຕທາງດ້ານເສດຖະກິດຂອງປະເທດ.

ແຕ່ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາການຄຸ້ມຄອງຍານພາຫະນະທາງບົກຍັງບໍ່ທັນ ຮັດກຸມ, ລວມສູນ ແລະ ຍັງມີຊ່ອງຫວ່າງ ເຮັດໃຫ້ລັດເສຍຜົນປະໂຫຍດທີ່ຈະໄດ້ຮັບຈາກຍານພາຫະນະເປັນຈໍານວນຫຼວງຫຼາຍ ເຊິ່ງໃນດ້ານການຄຸ້ມຄອງວຽກງານດັ່ງກ່າວຜ່ານມາ ກະຊວງ ຍທຂ ມີ 3 ກົດໝາຍ ທີ່ກ່ຽວຂ້ອງຄື: ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ ແຕ່ກົດໝາຍທັງ 3 ສະບັບ ຍັງບໍ່ທັນກວມລວມ ແລະ ເຈາະຈົງ ກ່ຽວກັບການຄຸ້ມຄອງວຽກງານຍານພາຫະນະທາງບົກ, ນິຕິກຳທີ່ນໍາໃຊ້ເຂົ້າໃນການຄຸ້ມຄອງຍັງບໍ່ທັນຄົບຖ້ວນ ແລະ ມີປະສິດທິຜົນດີເທົ່າທີ່ຄວນ.


ສະນັ້ນ, ເພື່ອໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການຮ່ວມມືໃນວຽກງານຂົນສົ່ງກັບບັນດາປະເທດໃນອະນຸພາກພື້ນ ແລະ ສາກົນ ສາມາດເຊື່ອມໂຍງເຊື່ອມຈອດເທື່ອລະກ້າວ, ໂດຍສະເພາະປະຈຸບັນ ສປປ ລາວ ແມ່ນໄດ້ລົງນາມ ໃນກອບສົນທິສັນຍາວ່າດ້ວຍການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານມາດຕະຖານເຕັກນິກຍານພາຫະນະຂອງອາຊຽນ ສະນັ້ນ ການສ້າງກົດໝາຍຍານພາຫະນະທາງບົກ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ.


ໃນຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫລາຍເງື່ອນໄຂ ຄື: ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ, ຄວາມປອດໄພ ແລະ ອື່ນໆ ທີ່ຕິດພັນກັບການຄຸ້ມຄອງວຽກງານຂອງກະຊວງ ຍທຂ, ພ້ອມນັ້ນ ຍັງໄດ້ສ້າງ 6 ກົດໝາຍ ທີ່ກ່ຽວຂ້ອງກັບກົດໝາຍສະບັບນີ້ ເປັນຕົ້ນ ກົດໝາຍວ່າດ້ວຍການຈໍລະຈອນທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງຫລາຍຮູບແບບ, ກົດໝາຍວ່າດ້ວຍທາງດ່ວນ, ກົດໝາຍວ່າດ້ວຍການກໍ່ສ້າງ ແລະ ກົດໝາຍວ່າດ້ວຍຜັງເມືອງ ເພື່ອເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການຮ່ວມມື ໃນວຽກງານການຂົນສົ່ງກັບບັນດາປະເທດໃນອານຸພາກພື້ນ ແລະ ສາກົນ ສາມາດເຊື່ອມໂຍງເຊື່ອມຈອດເທື່ອລະກ້າວ. ສະນັ້ນ, ກະຊວງ ຍທຂ ຈຶ່ງໄດ້ມີຄວາມພະຍາຍາມເພື່ອເຮັດໃຫ້ກົດໝາຍສະບັບນີ້ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໂດຍສະເພາະທາງດ້ານສະຖິຕິ, ຄວາມເໝາະສົມທາງດ້ານມາດຕະຖານເຕັກນິກ, ຄວາມປອດໄພ ທີ່ເປັນມິດຕໍ່ສິ່ງແວດລ້ອມ ທັງຖືກຕ້ອງສອດຄ່ອງຕາມກົດໝາຍ.


ພາຍຫຼັງການລາຍງານຮ່າງກົດໝາຍດັ່ງກ່າວ ປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ແລະ ຊີ້ນຳບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍພາຫະນະທາງບົກ ຢ່າງກົງໄປກົງມາ ເພື່ອໄດ້ເນື້ອໃນມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາຮັບຮອງເອົາໃນຕອນທ້າຍກອງປະຊຸມຄັ້ງນີ້.