ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຕັ້ງເປົ້າປູກພືດລະດູແລ້ງໃຫ້ໄດ້ 2.000 ກວ່າເຮັກຕາ

940

ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງເມືອງທີ່ວາງອອກ ໃນການສົ່ງເສີມການປູກພືດລະດູແລ້ງ ປະຈຳສົກປີ 2021-2022 ຢູ່ພາຍໃນເມືອງຊຽງຮ່ອນ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຊຽງຮ່ອນ ແຂວງໄຊຍະບູລີໄດ້ສຸມໃສ່ ໃນການເກັບກຳຂໍ້ມູນ ເພື່ອຂຶ້ນແຜນການປູກພືດລະດູແລ້ງ ຂອງຊາວກະສິກອນຢູ່ພາຍໃນເມືອງໃຫ້ທ່ວງທັນກັບລະດູການ.


ການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ ເປັນຕົ້ນແມ່ນເຂົ້ານາແຊງໃນເນື້ອທີ່ 850 ເຮັກຕາ ອີງຕາມແຜນການຂອງເມືອງຄາດວ່າ ລະດູແລ້ງປີນີ້ຈະປູກເຂົ້ານາແຊງເປັນສິນຄ້າ ໃນເນື້ອທີ່ 550 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 200 ຮັກຕາ ແລະ ປູກເປັນແນວພັນ 100 ເຮັກຕາ ມາຮອດປັດຈຸບັນການຈັດຕັ້ງປະຕິບັດແມ່ນກຳລັງກະກຽມດິນ, ກະກຽມແນວພັນ ແລະ ຄາດວ່າທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນວານີ້ຈະຊຸກຍູ້ໃຫ້ຊາວກະສິກອນເລີ່ມລົງມືຫວ່ານກ້າ ແລະ ຄາດໄຖ. ສ່ວນການປູກພືດຜັກບໍລິໂພກພາຍໃນ ເປັນຕົ້ນພືດຕະກຸນຖົ່ວທົ່ວເມືອງໃນເນື້ອທີ່ 90 ເຮັກຕາ, ສາລີຫວານ 50 ເຮັກຕາ ແລະ ພືດຜັດຕ່າງໆໃນເນື້ອທີ່ 380 ເຮັກຕາ.


ຕໍ່ກັບການຊຸກຍູ້ສົ່ງເສີມການປູກພືດຂອງຊາວກະສິກອນພາຍໃນເມືອງແລ້ວ ທາງອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກໜາກໂມຈຳນວນ 3 ບໍລິສັດຄື: ບໍລິສັດນໍ້າເຜິ້ງ ຈຳນວນ 200 ເຮັກຕາ ,ບໍລິສັດຊຽງໜົງຈຳນວນ 200 ເຮັກຕາ ແລະ ບໍລິສັດມະນີວົງ 30 ເຮັກຕາ ມາຮອດປັດຈຸບັນຈັດຕັ້ງປະຕິບັດໄດ້ 10,92%.


ການສົ່ງເສີມການປູກໜາກເຜັດຂອງສະຫະກອນຫົງສາ ໃນເນື້ອທີ່ 50 ເຮັກຕາ ແລະ ໝາກປູກໝາກຖົ່ວເຫຼືອງ ຂອງບໍລິສັດ ກະສິກຳ ແລະ ລ້ຽງສັດກາງຊຽງ ໃນເນື້ອທີ່ 250 ເຮັກຕາຮອດປັດຈຸບັນແມ່ນກຳລັງກະກຽມດິນ ທັງໝົດນີ້ກໍເພື່ອເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນແລະ ອຶ່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນເມືອງຊຽງໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

ໂດຍ: ດອນ ຂຽວພະນາ ຖວທ