3 ພາກສ່ວນ ຫາລື ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18

672

ໃນວັນທີ 10 ພະຈິກ 2021, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນຄັ້ງທີ 18 (the 18th Trade and Private Sector Working Group Meeting) ຂຶ້ນ ທີ່ໂຮງແຮມ ຄລາວ ພຣາຊາ ນະຄອນຫຼວງວຽງຈັນ.


ໂດຍການເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກ ລະຫວ່າງ ບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ແລະ ທ່ານ ພໍ ແຄນລີ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ຕາງໜ້າຈາກກະຊວງ, ກົມກອງ ແລະ ພະແນກຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ສະມາຄົມຕ່າງໆເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລື ລະຫວ່າງ ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ກ່ຽວກັບຜົນການສຶກສາ ແລະ ຂໍ້ສະເໜີແນະຈາກບົດສຶກສາ ກ່ຽວກັບສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (Country Economic Memorandum-CEM) ແລະ ຮ່າງສະບັບປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Draft DTIS Update), ຖອດຖອນບົດຮຽນ ແລະ ປະສົບການຕົວຈິງຈາກໜ່ວຍງານທີ່ເຮັດວຽກຮ່ວມກັບໜ່ວຍງານພາກເອກະຊົນໂດຍກົງ: ການສະໜັບສະໜູນການຟື້ນຕົວຂອງທຸລະກິດໂດຍຜ່ານການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF 2) ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ແລະ ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ໃນ ສປປ ລາວ ໂດຍຜ່ານ ກອງປະຊຸມທຸລະກິດ (LBF).

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຊາບນຳກັນວ່າ ໃນພາກຕົວຈິງຂອງການຈັດຕັ້ງປະຕິບັດບັນດານະໂຍບາຍ ໄດ້ສະແດງໃຫ້ເຫັນວ່າບັນດານະໂຍບາຍໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາ ໃນຕົວຈິງແລ້ວ ບໍ່ສາມາດຈັດຕັ້ງປະຕິວັດໄດ້ທັງໝົດ ຕາມເປົ້າໝາຍ ແລະ ຕາມຄາດໝາຍທີ່ຕັ້ງໄວ້. ຄວາມບໍ່ສອດຄ່ອງຂອງນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ແມ່ນຂຶ້ນກັບຫລາຍປັດໃຈ ເຊັ່ນ: ການອອກແບບນະໂຍບາຍທີ່ອາດຈະບໍ່ເໝາະສົມ, ຂາດກົນໄກການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຫລື ຂາດຊັບພະຍາກອນມະນຸດ ແລະ ງົບປະມານ ເປັນຕົ້ນ. ເຖິງຢ່າງໃດກໍຕາມ, ຫຼາຍໆ ທ່ານກໍ່ຄົງຈະຮັບຊາບແລ້ວວ່າ ການປັບປຸງບັນດານະໂຍບາຍ ໃນປະຈຸບັນ ໄດ້ສະແດງອອກເຖິງຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມທີ່ອຳນວຍໃຫ້ກັບການດຳເນີນທຸລະກິດ ແລະ ການຄ້າ ແຕ່ໃນທາງປະຕິບັດຕົວຈິງກໍ່ຍັງພົບຄວາມຫຍຸ້ງຍາກຫລາຍດ້ານຢູ່.


ສະນັ້ນ, ໂດຍຖອດຖອນຈາກບົດຮຽນດັ່ງກ່າວ ເຫັນວ່າ ການປັບປຸງບັນຍາກາດການລົງທຶນ ຍາມໃດກໍ່ບໍ່ຈຳເປັນຕ້ອງສຸມໃສການປັບປຸງ ຫລື ສ້າງນິຕິກຳໃໝ່ ແຕ່ຄວນສຸມໃສ່ຂອດການຈັດຕັ້ງປະຕິບັດທີ່ດີ ແລະ ມີປະສິດທິພາບ.”


ທ່ານ ພໍ ແຄນລີ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ໃນນາມການເປັນປະທານຮ່ວມໃນກອງປະຊຸມນີ້, ໄດ້ເນັ້ນໜັກກ່ຽວກັບຜົນກະທົບຂອງການລະບາດຂອງ ໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນ ສປປ ລາວ ແລະ ຄວາມສໍາຄັນຂອງພາກເອກະຊົນໃນການຂັບເຄື່ອນການຟື້ນຟູເສດຖະກິດໃນໄລຍະກາງ ເຖິງໄລຍະຍາວ. ທ່ານທູດຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງແຜນຍຸດທະສາດທີ່ມີຄວາມສອດຄ່ອງ ແລະ ຈະແຈ້ງເພື່ອສະໜັບສະໜູນການພັດທະນາເສດຖະກິດແບບມີສ່ວນຮ່ວມ, ມີຄວາມຍືນຍົງ ແລະ ມີຄວາມຫຼາກຫຼາຍ ໂດຍການນໍາໃຊ້ຈຸດເດັ່ນຂອງ ສປປ ລາວ, ເຊັ່ນ: ຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດ, ຊັບພະຍາກອນໜຸ່ມ, ແລະ ຕັ້ງຢູ່ເຂດພູມສັນຖານທີ່ເອກະລັກສະເພາະ, ເຊິ່ງທັງໝົດນີ້ຈະປະກອບສ່ວນເຂົ້າໃນການປັບປຸງນະໂຍບາຍ ແລະ ການນໍາໃຊ້ແຜນການພັດທະນາການຄ້າ ແລະ ພາກເອກະຊົນ ເຊິ່ງເປັນຜົນມາຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ.

ກອງປະຊຸມນີ້ໄດ້ແບ່ງອອກເປັນ 2 ຫົວຂໍ້ຄື: 1. ແມ່ນປຶກສາຫາລືກ່ຽວກັບ ສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (CEM) ໂດຍນັກເສດຖະສາດອາວຸໂສຈາກທະນາຄານໂລກ, ທ່ານນາງ ເມລິດສ ຈອດ ແລະ ທ່ານ ຄິມ ເອັດວາດ ໄດ້ນໍາສະເໜີກ່ຽວກັບສິ່ງທ້າທາຍຫຼັກຂອງເສດຖະກິດລາວ ແລະ ຂໍ້ສະເໜີແນະເພື່ອຟື້ນຟູເສດຖະກິດໃຫ້ມີຄວາມຍືນຍົງໃນລະດັບມະຫາພາກ ແລະ ການປັບປຸງຄວາມສາມາດໃນການແຂ່ງຂັນຂອງຂະແໜງກະສິກໍາ, ການຜະລິດລະດັບໂຮງຈັກໂຮງງານ ແລະ ການບໍລິການໂດຍການນໍາໃຊ້ຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ຈຸດພິເສດຈາກພູມສັນຖານ ແລະ ແກ້ໄຂອຸປະສັກສະເພາະໃນບັນຍາກາດການລົງທຶນ ແລະ ການພັດທະນາທັກສະຂອງບຸກຄະລາກອນ ແລະ ຫົວຂໍ້ທີ 2 ແມ່ນການນໍາສະເໜີຜົນການສຶກສາຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ສະເໜີແຜນຈັດຕັ້ງປະຕິບັດເພື່ອປັບປັງສະພາບແວດລ້ອມໃນການດໍາເນີນທຸລະກິດ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການແກ້ໄຂບັນຫາຂອງແຕ່ລະຂະແໜງການເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນໃນຂະແໜງການທຸລະກິດກະສິກໍາ, ການທ່ອງທ່ຽວ ແລະ ການຜະລິດຈາກໂຮງຈັກໂຮງງານ.