ນີ້ຄືໜ່ວຍງານ ໃຫ້ການຊ່ວຍເຫຼືອຜູ້ວ່າງງານທີ່ກຳລັງຢາກມີວຽກເຮັດເພື່ອມີລາຍໄດ້

272

ຄືດັ່ງທີ່ພວກເຮົາຮັບຮູ້ກັນດີແລ້ວວ່າ ປະຊາຊົນລາວແມ່ນມີຫຼາຍແສນຄົນທີ່ປະສົບເຫດການຕົກວຽກ ບໍ່ມີລາຍໄດ້ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ສະນັ້ນ ເພື່ອແກ້ໄຂບັນຫາໄພວ່າງງານທັງໝົດທີ່ເກີດຂຶ້ນບໍ່ວ່າຜູ້ທີ່ເຮັດວຽກຢູ່ພາຍໃນປະເທດ ຫຼື ຜູ້ກັບມາຈາກຕ່າງປະເທດທີ່ກຳລັງຜະເຊີນກັບບັນຫາບໍ່ມີວຽກເຮັດຂາດລາຍໄດ້ ຕອນນີ້ລັດຖະບານໄດ້ຈັດຕັ້ງໜ່ວຍງານສຳລັບໃຫ້ການຊ່ວຍເຫຼືອຜູ້ວ່າງງານແລ້ວ.

ໂດຍປະຈຸບັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດສູນບໍລິການຂໍ້ມູນ ສຳລັບຊ່ວຍເຫລືອຜູ້ຕ້ອງການວຽກເຮັດງານທຳ ພາຍໃນ ແລະ ແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ເຂົ້າເຖິງຕຳແຫນ່ງງານວ່າງງານ ທີ່ຫົວຫນ່ວຍແຮງງານໄດ້ແຈ້ງຕຳແຫນ່ງງານວ່າງທີ່ມີໃນແຕ່ລະວັນ ໃນລະບົບທີ່ມີຢູ່ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ພ້ອມນີ້, ພວກເຮົາມີໜ່ວຍງານ ພ້ອມໃຫ້ບໍລິການຮັບໃຊ້ ເພື່ອຊ່ວຍເຫລືອທ່ານ ໃຫ້ມີວຽກເຮັດງານທຳ ມີລາຍໄດ້ ແລະ ມີອາຊີບທີ່ຫມັ້ນຄົງ. ທ່ານສາມາດ ເຂົ້າມາພົວພັນໄດ້ທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະ ສູນບໍລິການຂໍ້ມູນສຳລັບຊ່ວຍເຫລືອແຮງງານລາວທີ່ກັບມາຈາກຕ່າງປະເທດ ໄດ້ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ຕັ້ງຢູ່ບ້ານໂພນສະຫວ່າງ (ເຂດຫນອງທາ) ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫລື ສາມາດຕິດຕໍ່ພວກເຮົາ ໄດ້ຜ່ານຊ່ອງທາງ ດັ່ງນີ້:

1. ເບີໂທສາຍດ່ວນ 1535
2. Facebook page: ສູນບໍລິການຂໍ້ມູນສຳລັບຊ່ວຍເຫລືອແຮງງານລາວທີ່ກັບມາຈາກຕ່າງປະເທດ
3. Line: laolmi:
4. Whatspp: +85620 58547724