ອີກໜຶ່ງຄູູ່ມວຍລະດັບໂລກທີ່ໜ້າຈັບຕາອາທິດໜ້າ ຄຣໍຟອດ ຊົກກັບ ພໍເຕີ

376

ຄູ່ມວຍຊີງແຊັມໂລກໄຟທ໌ສໍາຕັນອີກຄູ່ໜຶ່ງລະຫວ່າງ ເທເຣນຊ໌ ຄຣໍຟອດ ຈະຂຶ້ນຊົກປ້ອງກັນຕໍາແໜ່ງແຊັມໂລກຮຸ່ນ ເວລເຕີເວດ ຂອງອົງກອນມວຍໂລກ ( WBO ) ກັບ ຊອນ ພໍເຕີ ໃນຕອນເຊົ້າວັນອາທິດທີ 21 ພະຈິກ 2021 ທີ່ສະໜາມ ມິເຊລອບ ອັລຕຣ້າ ອາຣີນາ ໃນລາສເວກັສ ສະຫະລັດອາເມຣິກາ ຖ່າຍທອດສົດຜ່ານຊ່ອງ ພີພີທີວີ.

ສໍາລັບ ຄຣໍຟອດ ຄືນັກມວຍທີ່ໄດ້ຮັບການຈັບອັນດັບຈາກຜູ້ຊຽວຊານຫຼາຍຄົນວ່າ ເປັນນັກມວຍທີ່ເກັ່ງທີ່ສຸດໃນໂລກປັດຈຸບັນນີ້ ໂດຍລາວເຄີຍຄອງແຊັມໂລກມາແລ້ວ 3 ຮຸ່ນ ແລະ ມີດີກຣີເປັນແຊັມໂລກເຖິງ 4 ສະຖາບັນຫຼັກ ໃນຮຸ່ນໄລທ໌ເວດເຕີເວດ ເຊິ່ງເປັນເຈົ້າຂອງສະຖິຕິຊົກ 37 ໄຟທ໌ ( ຊະນະ 37 ໃນນັ້ນຊະນະນ໊ອກ 28 ໄຟທ໌ ).

ສ່ວນ ຜູ້ທ້າຊີງຢ່າງ ພໍເຕີ ກໍບໍ່ທໍາມະດາເປັນເຖິງອະດີດແຊັມໂລກຮຸ່ນເວລເຕີເວດຂອງ ສະພາມວຍໂລກ (WBC) ແລະ ສະຫະພັນມວຍນາໆຊາດ (IBF) ເຈົ້າຂອງສະຖິຕິຊົກ 35 ໄຟທ໌ ຊະນະ 31 ໄຟທ໌ ( ຊະນະນ໊ອກ 17 ໄຟທ໌ ), ເສຍ 3 ໄຟທ໌ ແລະ ສະເໝີ 1 ໄຟທ໌.