ເສຍຊີວິດໃໝ່ມື້ນີ້ 2 ກໍລະນີ ຢູ່ແຂວງຄໍາມ່ວນ

273

ວັນທີ 10 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 1.140 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 1.134 ຄົນ ເປັນກໍລະນີນຳເຂົ້າ 6 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຫຼາຍກວ່າໝູ່ຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 671 ຄົນ, ແຂວງຫຼວງພະບາງ 157 ຄົນ, ແຂວງວຽງຈັນ 71 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 2 ຄົົນ.


ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
1 ຜູ້ທີ 1 ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
ພະຍາດປະຈໍາຕົວ ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19, ວັນທີ 25 ຕຸລາ 2021 ຜົນກວດພົບເຊື້ອ, ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກ


ປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ ແຕ່ມາຮອດເວລາ 09:00 ໂມງ ຂອງວັນທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6
ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ, ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.

2 ຜູ້ທີ 2 ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
ພະຍາດປະຈໍາຕົວ ຫືດ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ


ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30
ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມສາມາດ ແຕ່ອາການບໍ່ດີຂື້້ນ
ມາຮອດເວລາ 00:45 ໂມງ ຂອງວັນທີ 10 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊິວິດ