ເຄີຣີ ທໍາລາຍສະຖິຕິ ແຊມເບີເລນ ເກັບຄະແນນໄດ້ 50 ຄະແນນກັບ 10 ແອັສຊິສ ດ້ວຍອາຍຸຫຼາຍທີ່ສຸດ

353

ສະຕີເຟນ ເຄີຣີ ນັກກີລາບານບ້ວງປະສົບການສູງເກັບ 50 ຄະແນນຕໍ່ເກມ ເຊິ່ງກາຍເປັນຄະແນນສູງສຸດຂອງລະດູການນີ້ ໃນການແຂ່ງຂັນບານບ້ວງ ເອັນບີເອ ( NBA ) ພາ ໂກລເດນ ສະເຕດ ວໍຣິເອີສ ເອົາຊະນະ ແອັດເລນຕາ ຮວກສ໌ 127-113 ທີ່ສະໜາມເຊສ ເຊັນເຕີ ເມື່ອວັນທີ 9 ພະຈິກ 2021.

ນັດດັ່ງກ່າວ ເຄີຣີ ຊຸດເຂົ້າບ້ວງ ( 2 ຄະແນນ ) 14 ຈາກ 28 ລູກ, ຊຸດໄກ ( 3 ຄະແນນ) ເຂົ້າບ້ວງ 9 ຈາກ 19 ລູກ ແລະ ຊຸດຈຸດໂທດເຂົ້າບ້ວງ 13 ຈາກ 13 ຄັ້ງ ພ້ອມທັງແອສຊິສໃຫ້ກັບເພື່ອນຮ່ວມທີມຊຸດລົງບ້ວງອີກ 10 ຄັ້ງ ແລະ 7 ຣີບາວ ຕະຫຼອດການລົງແຂ່ງຂັນ 35 ນາທີ.

ເຮັດໃຫ້ ເຄີຣີ ເກັບຄະແນນໄດ້ຢ່າງໜ້ອຍ 50 ຄະແນນ ແລະ ກາຍເປັນນັກບານບ້ວງຄົນທີ 3 ຂອງປະຫວັດສາດທີ່ເຮັດໄດ້ 50 ຄະແນນກັບ 10 ແອັສຊິສ ຕໍ່ຈາກ ວິລ ແຊມເບີເລນ ທີ່ເຮັດໄດ້ໃນວັນທີ 13 ກຸມພາ 1963 ແລະ ຣິກ ແບຣີ ທີ່ເຮັດໄດ້ໃນວັນທີ 23 ກຸມພາ 1974.

ນອກນັ້ນ, ດ້ວຍອາຍຸ 33 ປີຍັງເຮັດໃຫ້ ເຄີຣີ ທໍາລາຍສະຖິຕິຂອງ ແຊມເບີເລນ ທີ່ເຮັດໄດ້ໃນຕອນອາຍຸ 31 ໃນຖານະຜູ້ຫຼິ້ນອາຍຸຫຼາຍທີ່ສຸດຂອງລີກ ທີ່ສາມາດເກັບຄະແນນໄດ້ 50 ໄດ້ເຖິງ 4 ເກມ ສະເພາະຜູ້ຫຼິ້ນທີ່ມີອາຍຸ 31 ປີິ.