ຈາກໄປໃໝ່ອີກ 2 ຄົນ, ຕິດເຊື້ອໂຄວິດໃໝ່ມື້ນີ້ 1.140 ຄົນ ຍອດຍັງສູງຂຶ້ນເລື້ອຍໆ

359

ວັນທີ 10 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 1.140 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 1.134 ຄົນ ເປັນກໍລະນີນຳເຂົ້າ 6 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຫຼາຍກວ່າໝູ່ຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 671 ຄົນ, ແຂວງຫຼວງພະບາງ 157 ຄົນ, ແຂວງວຽງຈັນ 71 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 2 ຄົົນ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ ໃນວັນທີ 9 ພະຈິກ 2021 ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 7.703 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.140 ຄົນ ໃນນັ້ນ ຕິດເຊື້ອພາຍໃນ ມີ 1.134 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຈາກສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 5 ຄົນ


ຜູ້ຕິດເຊື້ອໂຄວິດພາຍໃນ 1.134 ຄົນ ຈາກນະຄອນຫຼວງວຽງຈັນ 671 ຄົນ, ຫຼວງພະບາງ 157 ຄົນ, ວຽງຈັນ 71 ຄົນ, ໄຊຍະບູລີ 60, ຫຼວງນໍ້າທາ 29 ຄົນ, ຈໍາປາສັກ 27, ສະຫວັນນະເຂດ 25, ອຸດົມໄຊ 20 ຄົນ, ຄໍາມ່ວນ 19, ບໍ່ແກ້ວ 13, ເຊກອງ 17 ຄົນ, ຜົ້ງສາລີ 13, ບໍລິຄໍາໄຊ 7 ຄົນ, ສາລະວັນ 3 ຄົນ, ຊຽງຂວາງ 2 ຄົນ.


ເສຍຊີວິດເພີ່ມ 2 ຄົນ, ຍອດຜູ້ເສຍຊີວິດສະສົມ 91 ຄົນ, ຍອດຜູ້ຕິດເຊື້ອສະສົມລວມ 50.031 ຄົນ