ມູນນິທິອາຊຽນຮ່ວມມື ກັບ ຫົວເຫວີຍ ສົ່ງເສີມຄວາມສາມາດດ້ານດິຈິຕອລໃນອາຊີປາຊີຟິກ

384

ບໍລິສັດຫົວເຫວີຍຈະ​ລົງທຶນ 50 ລ້ານ​ໂດ​ລາ​ສະຫະລັດ​ໃນ 5 ປີ​ຂ້າງ​ໜ້າ​ເພື່ອ​ພັດທະນາ 500,000 ຄົນທີ່ມີຄວາມສາມາດ​ດ້ານ​ດິ​ຈິ​ຕອລ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ໃນຂະນະທີ່ແກ່ນພັນ​ອາ​ຊຽນ​ເພື່ອ​ອະ​ນາ​ຄົດ​ແມ່ນ​ຈະ​ເປີດ​ຕົວ​ໃນ​ຕົ້ນ​ປີ 2022 ທີ່ຈະມາເຖິງ.

ມູນ​ນິທິ​ອາ​ຊຽນ “ASEAN Foundation” ​ແລະ ຫົວເຫວີຍ ໄດ້​ລົງນາມເຊັນ​ສັນຍາ MOU​ ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ເຊື່ອມຊ່ອງວ່າງຄວາມສາມາດດ້ານ​ດິ​ຈິ​ຕອລໃນງານ​​ “ນະ​ວັດ​ຕະ​ກໍາ​ອາຊີ​ປາ​ຊີ​ຟິກ–ກອງປະຊຸມສຸດຍອດຄວາມສາມາດທາງດ້ານດິຈິຕອລ 2021 – Asia Pacific Innovation Day – Digital Talent Summit 2021” ຈັດຂຶ້ນໃນວັນທີ 3 ພະຈິກ 2021 ທີ່ຈາກາຕ້າ ປະເທດອິນໂດເນເຊຍ.

ກອງປະຊຸມສຸດຍອດອອນລາຍໄດ້ນໍາເອົາຜູ້ກຳນົດນະໂຍບາຍ, ນັກວິໄຈ ແລະ ຜູ້ຊ່ຽວຊານດ້ານອຸດສາຫະກໍາ ເພື່ອແບ່ງປັນວິທີແກ້ໄຂ ແລະ ແນວທາງປະຕິບັດທີ່ດີທີ່ສຸດໃນການສ້າງລະບົບນິເວດແບບຍືນຍົງ ເຊິ່ງຈະຊ່ວຍສົ່ງເສີມຄວາມສາມາດດ້ານດິຈິຕອລໃນອາຊີປາຊີຟິກ.

ໃນກອງປະຊຸມໄດ້ເລີ່ມຕົ້ນຢ່າງໜັກແໜ້ນດ້ວຍການກ່າວປາໄສທີ່ສຳຄັນຈາກບັນດາຜູ້ນຳຂອງລັດຖະບານ ເຊັ່ນ: ທ່ານ Robert Matheus Michael Tene, ຮອງ​ເລຂາທິການ​ອາຊຽນ ເພື່ອປະ​ຊາ​ຄົມ​ຄວາມ​ໝັ້ນຄົງ​ທາງດ້ານ​ການ​ເມືອງ​ອາ​ຊຽນ, ທ່ານ Dato’ Sri Mohammad Mentek ເປັນປະ​ທານ​ກອງ​ປະ​ຊຸມ​ທາງ​ການ​ຫົວໜ້າ​ດິ​ຈິ​ຕອນລອາ​ຊຽນ​, ທ່ານ ດຣ. Chea Vandeth, ລັດຖະມົນຕີ​ກະຊວງ​ໄປສະນີ-​ໂທລະ​ຄົມ​ຂອງປະເທດ​ກຳປູ​ເຈຍ, ທ່ານ General TNI (Purn) Dr. Moeldoko ຫົວໜ້າເສນາທິການຂອງປະທານາ ທິບໍດີອິນໂດເນເຊຍ, ທ່ານ Namal Rajapaksa, ລັດ​ຖະ​ມົນ​ຕີ​ວ່າ​ການ​ຊາວ​ຫນຸ່ມ​ ແລະ​ ກີ​ລາ​ຂອງ​ Sri Lanka Hon, ທ່ານ Jose Santiago L. Sta. Romana, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ ປະ​ຈຳ ສປ ຈີນ ແລະ ທ່ານ ດຣ Sirirurg Songsivilai ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການຊັ້ນ​ສູງ​ ດ້ານວິ​ທະ​ຍາ​ສາດ​, ການຄົ້ນຄວ້າວິໄຈ ແລະ ນະວັດຕະກໍາຂອງປະເທດ​ໄທ.

 ການ​ກ່າວ​ຄຳປາ​ໄສ​ຂອງ​ບັນດາທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ພາກສ່ວນ​ທີ່ກ່ຽວຂ້ອງ​ໃນ​ການ​ພັດທະນາ​ພື້ນຖານ​ທີ່ໝັ້ນຄົງ​ໃຫ້​ແກ່​ລະບົບ​ນິເວດຂອງຜູ້ທີ່ມີຄວາມສາມາດດ້ານ​ດີ​ຈີ​ຕອລ​ໃນ​ພາກ​ພື້ນ.

“ກອງປະຊຸມສຸດຍອດຄວາມສາມາດດ້ານດິຈິຕອລ 2021 – The Digital Talent Summit 2021” ເຊິ່ງມີວັດຖຸປະສົງ ເພື່ອ​ແນ​ໃສ່​ການປຶກສາ​ຫາລື ​ແລະ ​ຕອບສະໜອງ​ຄວາມຕ້ອງການ​ຂອງເຍົາວະຊົນ​ຜູ້​ທີ່ມີ​ພອນ​ສະຫວັນ​ດ້ານ ICT ຂອງ​ອາ​ຊຽນ, ເຫັນໄດ້ຊັດເຈນວ່າມີຄວາມກ່ຽວຂ້ອງຫຼາຍ, ໂດຍສະເພາະໃນຊ່ວງການແຜ່ລະບາດຂອງພະຍາດທີ່ບັງຄັບໃຫ້ພວກເຮົາຕ້ອງເພິ່ງພາດິຈິຕອລຫຼາຍຂຶ້ນ.

“ໃນງານອັນເປັນກຽດນີ້ແມ່ນສອດຄ່ອງຫຼາຍກັບແຜນ​ແມ່​ບົດ​ດິ​ຈິ​ຕອລ​ອາ​ຊຽນປີ 2025 ເພື່ອປັບປຸງຄວາມສາມາດຂອງຜູ້ຄົນໃຫ້ມີສ່ວນຮ່ວມໃນເສດຖະກິດສັງຄົມ ດິຈິຕອລ”, ກ່າວໂດຍ ທ່ານ Robert Matheus Michael Tene, ຮອງ​ເລຂາທິການ​-ທົ່ວໄປຂອງອາຊຽນເພື່ອປະ​ຊາ​ຄົມ​ຄວາມ​ໝັ້ນຄົງ​ທາງດ້ານ​ການ​ເມືອງ​ອາ​ຊຽນ.

ທ່ານ ປອ. ສົມພອນ ກັນທະວົງ, ຮອງຄະນະບໍດີ ຄະນະວິສະວະກຳສາດ, ມະຫາວິທະຍາ ໄລແຫ່ງຊາດ ໄດ້ສະແດງຄຳຄິດເຫັນກ່ຽວກັບ Digital Talent Summit 2021ວ່າ: “ການກຽມຄວາມພ້ອມການສ້າງບຸກຄະລາກອນໃຫ້ມີຄວາມສາມາດດ້ານດິຈິຕອລແບບຍືນຍົງຂອງໂຄງການແກ່ນພັນອາຊຽນເພື່ອອະນາຄົດ ໂດຍສຸມໃສ່ເປົ້າໝາຍຮ່ວມມືກັນປະກອບສ່ວນເພື່ອເປັນກຳລັງແຮງໃຫ້ບັນລຸເປົ້າໝາຍຂອງແຜນແມ່ບົດດິຈິຕອລອາຊຽນໃນປີ 2025 ແລະ ທາງບໍລິສັດຫົວເຫວີຍ ເທັກໂນໂລຊີ(ລາວ) ຈຳກັດຜູ້ດຽວ ຍັງໄດ້ໃຫ້ໂອກາດດີໆສຳລັບນ້ອງນັກສຶກສາໄດ້ເຂົ້າຮ່ວມໂຄງການທີ່ຜ່ານມາ ໂດຍສະ ເພາະການເພີ່ມທະວີຄວາມສາມາດຂອງຊາວໜຸ່ມໃນໂຄງການແກ່ນພັນອາຊຽນໃນອະນາຄົດ ໂຄງການນີ້ເປັນໂຄງການທີ່ດີຫລາຍ ແລະ ມີຄວາມສຳຄັນທີ່ສຸດສຳລັບ ສປປ ລາວ  ເຊິ່ງສອດຄ່ອງກັບແຜນນະໂຍບາຍຂອງລັດຖະບານທີ່ສະໜັບສະໜູນ ແລະ ຊຸກຍູ້ການຫັນເປັນລະບົບດິຈິຕອລໃນທຸກຂົງເຂດວຽກງານ ກໍຄືການຫັນເປັນຄວາມທັນສະໄໝໄປເທື່ອລະກ້າວ. ມະຫາວິ ທະຍາໄລແຫ່ງຊາດ ກໍຄືຄະນະວິສະວະກຳສາດໄດ້ມຸ່ງເນັ້ນການປັບປຸງ ແລະ ພັດທະນາຫລັກສູດເພື່ອສ້າງບຸກຄະລາກອນທາງດ້ານໄອຊີທີ ໂດຍໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອລແຫ່ງຊາດ ຂອງ ສປປ ລາວ ທີ່ຈະນໍາໃຊ້ເຕັກໂນໂລຊີດິຈິຕອລໃຫ້ເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດິຈິຕອລແນໃສ່ປະກອບສ່ວນເຂົ້າໃນການດັດປັບໂຄງສ້າງເສດຖະກິດຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ. ໃນໂຄງການທີ່ຜ່ານມາ, ນັກສຶກສາຂອງພວກເຮົາທີ່ໄດ້ເຂົ້າຮ່ວມໂຄງການ ເຊິ່ງນັກສຶກສາໄດ້ມີໂລກະທັດໃໝ່ດ້ານໄອຊີທີ, ຮຽນຮູ້ທາງດ້ານວັດທະນະທໍາ, ໄດ້ສຳພັດກັບການພັດທະນາທາງດ້ານເຕັກໂນໂລຊີ, ນະວັດຕະກຳຂອງ ສປ ຈີນ ກໍຄືຜະລິດຕະພັນຂອງບໍລິສັດຫົວເຫວີຍ ທີ່ຍາມໃດກໍໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຫາສິ່ງທີ່ລໍ້າໜ້າ ເພື່ອອໍານວຍຄວາມສະດວກໃນການດຳລົງຊີວິດ ເຊັ່ນດຽວກັບໂຄງການນີ້ ແມ່ນເພື່ອຈຸດປະສົງ ສ້າງຊ່ອງວ່າງຄວາມສາມາດ ທາງດ້ານດິຈິຕອລໃນ ອາຊີປາຊີຟິກ ໃນການພັດທະນາພື້ນຖານທີ່ໝັ້ນຄົງໃຫ້ແກ່ລະບົບນິເວດຂອງຜູ້ທີ່ມີຄວາມສາມາດ ດ້ານດິຈິຕອລໃນພາກພື້ນ. ຂ້າພະເຈົ້າ ສະໜັບສະໜຸນ ແລະ ມີຄວາມຍິນດີ ທີ່ຈະໄດ້ມີສ່ວນຮ່ວມໃນໂຄງການນີ້ ເຊິ່ງມັນເປັນການເພີ່ມທະວີຄວາມສາມາດຂອງຊາວໜຸ່ມລາວ ແລະ ໃນພາກພື້ນ  ເພື່ອເປັນການຮ່ວມມືສ້າງເສດຖະກິດດິຈິຕອລໃນອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ແທດເໝາະກັບການພັດທະນາຊັບພະຍາກອນມະນຸດຂອງພວກເຮົາ ເຮັດໃຫ້ພວກເຂົາເຈົ້າມີທັກສະ, ມີການພັດທະນາຕົນເອງໃຫ້ມີຄວາມພ້ອມຮັບສິ່ງທ້າທາຍກັບໂລກດິຈິຕອລ ແລະ ເພື່ອເປັນການເພີ່ມທະວີການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳທັນສະໄໝຕາມທິດອຸດສາຫະກຳ 4.0.”

ຮອງປະທານຫົວໜ້າຂອງບໍລິສັດຫົວເຫວີຍ ແລະ ສະມາຊິກສະພາບໍລິຫານຂອງທ່ານ ນາງ Catherine Chen ໄດ້ກ່າວ​ຄຳ​ເຫັນ​ໃນ​ການ​ປາ​ໄສ​ເປີດ​ງານ​ວ່າ: “ ໃນໄລຍະ 20 ປີຂອງບໍລິສັດຫົວເຫວີຍໃນອາຊີປາຊີຟິກແມ່ນການເດີນທາງເພື່ອຄົ້ນຫາເພື່ອນທີ່ມີຄວາມຄິດຄ້າຍກັນ ມາເຮັດວຽກຮ່ວມກັນເພື່ອສ້າງລວມກັນນະວັດຕະກໍາ ແລະ ນະບົບນິເວດທີ່ສົດໃສ, ດຶງດູດ ແລະ ປູກຝັງຄວາມສາ ມາດດ້ານດິຈິຕອລໃຫ້ຫຼາຍຂຶ້ນ ແລະ​ ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.”

ຄວາມສໍາຄັນຂອງຄວາມສາມາດດ້ານດິຈິຕອລໃນການພັດທະນາແບບຍືນຍົງໄດ້ຖືກເນັ້ນໃສ່ໃນການສົນທະນາລວມໂດຍແທ້ຈິງທີ່ກ່ຽວຂ້ອງກັບວິທະຍາກອນທີ່ມີຊື່ສຽງຈາກອົງການ UNESCO, ສະຫະພັນໂທລະຄົມນານາຊາດ (ITU), ໂຮງຮຽນນະໂຍບາຍສາທາລະນະ Lee Kuan Yew ແລະ Maxis. ກິດຈະກໍາທີ່ສໍາຄັນອີກອັນຫນຶ່ງຂອງກອງປະຊຸມສຸດຍອດແມ່ນການນຳສະເໜີຄວາມເຂົ້າໃຈກ່ຽວກັບຄວາມສາມາດດ້ານດິຈິຕອລໃນອາຊີປາຊີຟິກໃນປີ 2022 ຂອງບໍລິສັດຫົວເຫວີຍ ທີ່ white paper, ເຊິ່ງໄດ້ນຳສະເໜີໂດຍທ່ານ Alex Lee, ທີ່ປຶກສາຫົວໜ້າການພັດທະນາຄວາມສາມາດດ້ານດິຈິຕອລແຫ່ງຊາດ, ໄດ້ເລົ່າຄວາມພະຍາຍາມບໍລິສັດເຕັກໂນໂລຊີ ແລະ ເສັ້ນທາງໃນການສົ່ງເສີມຄວາມສາມາດດ້ານດິຈິຕອລໃນອາຊີປາຊີຟິກ.

อาจเป็นรูปภาพของ 1 คน และ ข้อความพูดว่า "HUAWE Asia Paific Innovation Day- Digital Talent Summit 2021 Cultivating Innovative Talent for Digital Future HUAWEI HUAWEI ASEAN ACADEMY Together, Let's Move Forward Το Cultivate More ICT Talents For Digital ASEAN In the past years, Huawei has invested $10 million and trained more than 130K ICT talents the region, with ASEAN Academy established countries. In the upcoming years $50 million investment 500K ICT professionals trained ASEAN Academy established"

ທ່ານ Jeffery Liu ປະທານບໍລິສັດຫົວເຫວີຍອາຊີປາຊີຟິກ ໄດ້ປະກາດຄຳປາໄສທີ່ສຳຄັນວ່າ: “ການປູກຝັງລະບົບນິເວດຄວາມສາມາດດ້ານ ICT ທີ່ເປັນນະວັດຕະກໍາໃໝ່ນັ້ນແມ່ນພື້ນຖານຂອງການປ່ຽນແປງທາງດິຈິຕອລ ນຳ​ໃຊ້​ຈາກນະວັດຕະກຳທີ່ໃຊ້ຮ່ວມກັນດ້ວຍຜົນລັບ win-win, ພວກ​ເຮົາ​ສາ​ມາດໃຊ້ອຳນາດຂອງທັກສະດ້ານ ICT ເພື່ອນໍາພາເຮົາໄປສູ່ອະນາຄົດດິຈິຕອລ ຮ່ວມກັບຄູ່ຮ່ວມງານຂອງພວກເຮົາ, ບໍລິສັດຫົວເຫວີຍຈະ​ລົງທຶນ 50 ລ້ານ​ໂດ​ລາ​ສະຫະລັດ​ໃນ 5 ປີ​ຂ້າງ​ໜ້າ​ເພື່ອ​ພັດທະ ນາ 500,000 ຄົນທີ່ມີຄວາມສາມາດ​ດ້ານ​ດິ​ຈິ​ຕອລ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ຄໍາ​ໝັ້ນ​ສັນ​ຍາ​ເພື່ອ​ສ້າງ​ຊ່ອງ​ວ່າງ​ຄວາມ​ສາ​ມາດ​ດ້ານ​ດິ​ຈິ​ຕອລ​ຢູ່​ອາ​ຊີ​ປາ​ຊີ​ຟິກ, ໂດຍສະເພາະຢູ່ອາຊຽນ, ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຕື່ມ​ອີກ​ດ້ວຍ​ພິທີ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ມູນ​ນິທິ​ອາ​ຊຽນ ​ແລະ Huawei ASEAN Academy ສັນຍາ​ດັ່ງກ່າວ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ພ້ອມ​ຂອງ​ທັງ​ສອງ​ອົງການ​ໃນ​ການ​ປະຕິບັດ​ແກ່ນພັນອາ​ຊຽນ​ເພື່ອ​ອະນາຄົດ, ​ເຊິ່ງ​ເປັນ​ສະ​ບັບ​ຂະ​ໜາດ​ໃຫຍ່​ຂອງ Seeds for the Future, ຄວາມຄິດລິເລີ່ມຂອງ CSR flagship ທົ່ວໂລກຂອງ Huawei ທີ່ໄດ້ສະໜອງການຝຶກອົບຮົມທັກສະດ້ານດິຈິຕອລລະດັບໂລກໃຫ້ແກ່ໄວໜຸ່ມທົ່ວໂລກຕັ້ງແຕ່ປີ 2008 ຜ່ານ ASEAN Seeds for the Future, ມູນນິທິອາຊຽນ ແລະ Huawei ASEAN Academy ພະຍາ ຍາມສ້າງຄວາມສາມາດດ້ານດິຈິຕອລຂອງໄວໜຸ່ມໃນ 10 ປະເທດສະມາຊິກອາຊຽນ.

ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ Dr. Yang Mee Eng, ຜູ້ອໍານວຍການບໍລິຫານຂອງມູນນິທິອາຊຽນ, ທ່ານ Albert Yang ຮອງປະທານ Huawei ອິນໂດເນເຊຍ ແລະ ທ່ານ Amb. Yeap Samnang ເປັນພະຍານໂດຍ ຜູ້ແທນ​ຂອງ​ລາຊະອານາຈັກ​ກຳປູ​ເຈຍ​ປະຈຳ​ອາ​ຊຽນ, ທ່ານ Robert Matheus Michael Tene ຮອງ​ເລຂາທິການ​ໃຫຍ່​ປະ​ຊາ​ຄົມ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ອາ​ຊຽນ, ທ່ານ Elizabeth Te ຮອງ​ຜູ້ແທນ​ຂອງ​ຟີ​ລິບ​ປິນປະຈຳ​ອາ​ຊຽນ, ທ່ານ Tham Borg Tsien ຮອງ​ຜູ້ແທນຂອງ​ສາທາລະນະ​ລັດ​ສິງກະ​ໂປ​ ປະຈຳ​ອາ​ຊຽນ ແລະ ທ່ານ Jay Chen ຮອງປະທານ Huawei ອາຊີປາຊີຟິກ.

ແກ່ນພັນອາ​ຊຽນ​ເພື່ອ​ອະນາຄົດ​ຈະ​ຊ່ວຍ​ປະ​ກອບ​ສ່ວນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ແຜນ​ແມ່​ບົດ​ດິ​ຈິ​ຕອລອາ​ຊຽນໃນປີ 2025 ​ເຊິ່ງ​ແມ່ນ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ຊາວ​ໜຸ່ມ​ໃນ​ພາກ​ພື້ນ ​ເພື່ອ​ເຂົ້າ​ຮ່ວມ​ເສດຖະກິດ​ດີ​ຈີ​ຕອລ ​ແລະ ສ້າງ​ສັງຄົມ​ດີ​ຈີ​ຕອລ​ໃນ​ອາ​ຊຽນ.

ແກ່ນພັນ​ອາ​ຊຽນ​ເພື່ອ​ອະ​ນາ​ຄົດ​ແມ່ນ​ຈະ​ເປີດ​ຕົວ​ໃນ​ຕົ້ນ​ປີ 2022, ເຊື້ອ​ເຊີນ​ຊາວ​ຫນຸ່ມ​ທີ່​ມີ​ອາ​ຍຸ 15 – 30 ປີ ​ໃນ​ອາ​ຊຽນເພື່ອເອົາໃຈໃສ່ພວກເຂົາໃນການ​ເດີນ​ທາງ virtual ຂອງ​ການເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ເປັນ​ຜູ້​ນໍາ ​ແລະ ມີທັກ​ສະທາງດ້ານ​ດິ​ຈິ​ຕອລ.

ທ່ານ ດຣ. Yang Mee Eng ຜູ້ອໍານວຍການບໍລິຫານຂອງມູນນິທິອາຊຽນ, ໄດ້ກ່າວວ່າ: ພວກເຮົາດີໃຈທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບ Huawei ເພື່ອຈັດຕັ້ງປະຕິບັດ ASEAN Seeds for the Future. ຂ້າພະເຈົ້າເຊື່ອໝັ້ນວ່າໂຄງການລະດັບພາກພື້ນທີ່ດີເລີດນີ້ຈະມີບົດບາດສຳຄັນໃນການເຊື່ອມຊ່ອງວ່າງຄວາມສາມາດດ້ານດິຈິຕອລໃນພາກພື້ນ ໂດຍການເຮັດໃຫ້ໄວໜຸ່ມໃນອາຊຽນຂອງພວກເຮົາມີທັກສະທີ່ຈຳເປັນທີ່ຈະຊ່ວຍໃຫ້ພວກເຂົາມີຄວາມຈະເລີນກ້າວໜ້າໃນຍຸກຂອງເສດຖະກິດດິຈິຕອລ. ການຮ່ວມມືຂອງພວກເຮົາກັບ Huawei ຍັງສະແດງເຖິງຄວາມສຳເລັດຄັ້ງສຳຄັນອີກກ້າວໜຶ່ງຂອງອາຊຽນໃນການນຳເອົາຄູ່ຮ່ວມງານທີ່ມຸ່ງໝັ້ນຈາກພາກເອກະຊົນເພື່ອສະໜັບສະໜູນການພັດທະ ນາເຍົາວະຊົນໃນອາຊຽນ.