ຮ່ວມອວຍພອນ! ວັນຄ້າຍວັນເກີດ ທ່ານປະທານປະເທດ ທອງລຸນ ສີສຸລິດ ຄົບຮອບ 76 ປີ

524

ທ່ານ ທອງລຸນ ສີສຸລິດ ແມ່ນເປັນທີ່ຮູ້ຈັກກັນດີຂອງປວງຊົນລາວ ປະຈຸບັນເປັນປະທານປະເທດແຫ່ງ ສປປລາວ ອັນເປັນທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງວ່າກ່ອນໜ້ານັ້ນແມ່ນທ່ານ ໄດ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແລະ ໄດ້ສາຍາວ່າ ນາຍົກຂວັນໃຈປະຊາຊົນ.

ໃນວັນທີ 10 ພະຈິກ ແມ່ນເປັນວັນຄ້າຍວັນເກີດຂອງທ່ານ ຄົບຮອບ 76 ປີ 10 ພະຈິກ 1945-10 ພະຈິກ 2021 ດັ່ງນັ້ນ, ເຮົາປະຊາຊົນລາວ ມາຮ່ວມອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ ແລະ ນໍາພາປະເທດຊາດຂອງເຮົາກ້າວໄປສູ່ຄວາມຈະເລີນສີວິໄລ. ໃນມື້ວັນຄ້າຍວັນເກີດຂອງປະທານປະເທດແຫ່ງ ສປປ ລາວ ເຮົາມາຮູ້ຈັກປະຫວັດໂດຍຫຍໍ້ຂອງເພິ່ນກ່ອນຈະມາຮອດຈຸດນີ້ເພິ່ນໄດ້ເຄື່ອນໄຫວການປະຕິວັດແນວໃດແດ່!

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ເກີດເມື່ອວັນທີ 10 ພະຈິກ 1945 ເກີດທີ່ແຂວງຫົວພັນ ສົມລົດກັບ ທ່ານ ນາງ ນາລີ ສີສຸລິດ, ມີບຸດ 03 ຄົນ, ນັບຖືສາສະໜາພຸດ ສຳລັບຄວາມຮູ້ດ້ານພາສາຕ່າງປະເທດທ່ານສາມາດເວົ້າໄດ້ ພາສາລັດເຊຍ, ພາສາຫວຽດນາມ ແລະ ພາສາອັງກິດ ເປັນຢ່າງດີ.

ສຳລັບປະຫວັດການສຶກສາ: ໄລຍະ 1962-1969 : ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ, ໄລຍະ 1973-1978 : ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ, ໄລຍະ 1981-1984 : ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສະກູ, ອະດີດສະຫະພາບໂຊວຽດ.

ສຳລັບປະຫວັດການເຮັດວຽກຂອງທ່ານແມ່ນ: ໄລຍະ 1967-1969 : ພະນັກງານ ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ, ໄລຍະ 1969-1973 : ພະນັກງານ ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ, ໄລຍະ 1978-1979 : ອາຈານສອນທີ່ມະຫາວິທະຍາໄລວຽງຈັນ, ໄລຍະ 1979-1981 : ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ, ໄລຍະ 1985-1986 : ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ

ໄລຍະ 1987-1992 : ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ໄລຍະ 1993-1996 : ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄລຍະ 1997-2001 : ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ໄລຍະ 2001-2006 : ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຄຸ້ມຄອງການລົງທຶນ, ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ, ສະມາຊິກສະພາແຫ່ງຊາດ.

ໄລຍະ 2006-2016 : ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ,
ໄລຍະ 2016-2021 : ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ໄລຍະ 2021-ປັດຈຸບັນ : ປະທານປະເທດແຫ່ງ ສປປ ລາວ.

ດັ່ງນັ້ນ, ເນື່ອງໃນວັນຄ້າຍວັນເກີດຂອງທ່ານ ທ່ານທີມ ຂ່າວເສດຖະກິດ-ການຄ້າ ຂໍອວຍພອນໄຊແດ່ທ່ານ ຜູ້ນຳທີ່ແສນເຄົາລົບຮັກ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ຄຽງຂ້າງປະຊາຊົນລາວທັງຊາດ ສ້າງສາພັດທະນາປະເທດ ໃຫ້ມີຄວາມຈະເລີນຢ່າງບໍ່ຢຸດຢັ້ງ.