ກອງບັນຊາການ ປ.ກ.ສ ແຂວງ ຄຳມ່ວນ ຈັດພິທີປະກາດການເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ

1138

ໃຕອນເຊົ້າໃນວັນທີ 05 ພະຈິກ 2021 ຢູ່ທີ່ສະໂມສອນແຂວງຄຳມ່ວນໄດ້ ຈັດພິທີປະກາດເລື່ອນຊັ້ນໃຫ້ການນຳຂັ້ນສູງຂອງກອງບັນຊາການ ປ.ກ.ສ ແຂວງຄຳມ່ວນໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປກສ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ຕາງໜ້າກອງບັນຊາການ ປ.ກ.ສ ເມືອງ 10 ຕົວເມືອງຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ທ່ານ ພັນເອກ ສົມພອນ ແກ້ວພູທອງ ຮອງຫົວໜ້າກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງ ປ.ກ.ສ ໄດ້ຜ່ານດຳລັດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 608 /ນຍ ລົງວັນທີ 19 ຕຸລາ 2021 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດຂັ້ນສູງຂອງກອງບັນຊາການ ປ.ກ.ສ ແຂວງຄຳມ່ວນໃນນີ້ເລື່ອນຊັ້ນພັທຂຶ້ນຊັ້ນພັນເອກເຊິ່ງປະກອບມີທ່ານ ພັນເອກ ທິບພະຈັນ ໂພໄຊ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປ.ກ.ສ ແຂວງຄຳມ່ວນ.ໃຫ້ກຽດປະດັບຊັ້ນໂດຍ ທ່ານ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປກສ.

ໃນໂອກາດດັ່ງກ່າວທ່ານພົຕ ກົງທອງ ພົງວິຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ສ້າງຄວາມເຊື່ອໜັ້ນອັນໜັກແໜ້ນຕໍ່ອຸດົມການສັງ ຄົມນິຍົມ ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ຊີ້ນຳໆພາວຽກງານວິຊາສະເພາະຂອງຕົນໃຫ້ສົມກັບພັກ-ລັດໄວ້ເນື້ອເຊື່ອໃຈ ແລະ ເປັນແບບຢ່າງໃຫ້ພະນັກງານນັກຮົບໃນທົ່ວກຳລັງປ້ອງກັນຄວາມສະຫງົບພ້ອມທັງສືບຕໍ່ເຮັດສຳ ເລັດໜ້າທີ່ໆພັກ-ລັດກໍ່ຄືປະຊາຊົນໄດ້ມອບໝາຍໃຫ້.