ກະຊວງສາທາລະນະສຸກປະກາດແຕ່ງຕັ້ງຮອງລັດຖະມົນຕີເພີ່ມຫຼາຍຕໍາແໜ່ງຕາມນີ້

444

ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາກະຊວງສາທາລະນະສຸກປະກາດການຈັດຕັ້ງເພີ່ມຕື່ມໂດຍແຕ່ງຕັ້ງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຫົວໜ້າກົມກວດກາ ຂຶ້ນເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາຂຶ້ນເປັນຜູ້ຊ່ວຍລັດຖະມົນຕີ ຮອງລັດຖະມົນຕີ,

.

ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ມາເປັນຫົວໜ້າກົມກວດກາ, ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າພະແນກບໍລິຫານກົມອາຫານ ແລະ ຢາ ຂຶ້ນເປັນຮອງຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ນາງ ດາວດວງຈັນ ບູລົມມະວົງ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ ດຣ ນາງ ສຸພາພອນ ສະເດັດຕັນ ຫົວໜ້າພະແນກພົວພັນຕ່າງປະເທດຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ.

.

ໃຫ້ກຽດເຂົ້າຮ່ວມໃນພິທີໃນຄັ້ງນີ້ມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງສາທາລະນະສຸກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ບັນດາກົມກອງທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.


ຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health