ຮອງເຈົ້າເມືອງບົວລະພາ ເຄື່ອນໄຫວຕິດຕາມການກໍ່ສ້າງເສັ້ນທາງ ແຕ່ເທສະບານເມືອງ ຫາ ບ້ານໜອງປີງ

369

ໃນຕອນເຊົ້າຂອງວັນທີ 5 ພະຈິກ 2021 ທີ່ຜ່ານມາ ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງໆບົວລະພາ ໄດ້ເຄື່ອນໄຫວ ຕິດຕາມການກໍ່ສ້າງເສັ້ນທາງແຕ່ເທສະບານເມືອງ ຫາ ບ້ານໜອງປີງ ໂດຍມີ ປະທານ ແລະ ວິຊາການ ບໍລິສັດ ຕະຫລອດຮອດ ພະນັກງານ ວິຊາການ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງພ້ອມພຽງ.

ຈຸດປະສົງໃນການເຄື່ອນໄຫວ ຕິດຕາມ ການກໍ່ສ້າງ ເສັ້ນທາງ ແຕ່ເທສະບານເມືອງ ຫາ ບ້ານໜອງປີງ ຄັ້ງນີ້ ກໍເພື່ອເປັນການກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຖືກຕ້ອງຕາມຫລັກການ.

ການກໍ່ສ້າງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ຮັບທຶນ ຈາກໂຄງການພັດທະນາ ຊົນນະບົດ ໄລຍະ 2 ສັນຍາ 3 ຢູ່ທີ່ເມືອງບົວລະພາ ແຂວງຄໍາມ່ວນ ເຊິ່ງເປັນໂຄງການ ທີ່ໄດ້ຮັບການຊ່ວຍເຫລືອລ້າ ຈາກປະເທດ ເຢຍລະມັນ ມີຄວາມຍາວທັງໝົດ 17,5 ກິໂລແມັດ ໃນນັ້ນມີທາງ ເບຕົງ 630 ແມັດ ມີຂົວ 7 ແຫ່ງ, ມີບ໋ອກ 22 ແຫ່ງ ແລະ ທໍ່ລອດທາງ 13 ແຫ່ງ ລວມມີມູນຄ່າໃນການກໍ່ສ້າງທັງໝົດ 20,6 ຕື້ກີບ ( ຊາວ ຕື້ ຫົກຮ້ອຍລ້ານ ກີບ ) .

ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມສ້າງ ແຕ່ວັນທີ 05 / 01 / 2021 ມາຮອດປະຈຸບັນ ແມ່ນສາມາດປະຕິບັດໄດ້ 67,16% ເຊິ່ງໂຄງການດັ່ງກ່າວ ແມ່ນ ບໍລິສັດ PMS ກໍ່ສ້າງຂົວ-ທາງ ຈຳກັດ ເປັນຜູ້ຮັບເໝົາ ກໍ່ສ້າງ.