ໄຊຍະບູລີຈະເລັ່ງສັກວັກຊິນໃຫ້ນັກຮຽນຊັ້ນ ມ7 ທົ່ວແຂວງ ພາຍໃນເດືອນພະຈິກນີ້

298

ໂຄວິດໂຫດຮ້າຍແຜ່ລາມສູ່ທຸກກຸ່ມຄົນບໍ່ເວັ້ນຜູ້ໃຫຍ່ເດັກນ້ອຍຄົນຊະລາ ແຕ່ທີ່ຜ່ານມາຍັງສັກວັກຊິນໃຫ້ພຽງຜູ້ມີອາຍຸ 17 ປີຂຶ້ນໄປ ແລະບໍ່ທັນທົ່ວເຖິງເຮັດໃຫ້ນ້ອງນຸ່ງລູກຫຼານທີ່ຈົບມັດທະຍົມຈະໄປຮຽນຕໍ່ກໍ່ຍັງມີຄວາມກັງວົນ ໂດຍສະເພາະແມ່ນຜູ້ທີ່ເປັນພໍ່ແມ່ ເພື່ອແກ້ໄຂບັນຫາດັ່ງກ່າວ ແຂວງໄຊຍະບູລີແມ່ນຈະເລັ່ງສັກວັກຊິນໃຫ້ນັກຮຽນຊັ້ນ ມ7 ທົ່ວແຂວງພາຍໃນເດືອນນີ້.

ຫຼ້າສຸດນີ້ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ອອກແຈ້ງການດ່ວນເລກທີ 4069/ສກຂ.ຊຍ ລົງວັນທີ 9 ພະຈິກ 2021 ກ່ຽວກັບ ການໃຫ້ບໍລິການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ນັກຮຽນ ຊັ້ນ ມ.7 ທົ່ວແຂວງ ໄຊຍະບູລີ.

ໃນແຈ້ງການລະບຸວ່າ: ພະແນກສາທາລະນະສຸກແຂວງ ໄຊຍະບູລີ ແລະ ຫ້ອງຫ້ອງການສາທາລະນະສຸກ 11 ເມືອງ ພາຍໃນແຂວງ ຈະໄດ້ລົງສັກຢາວັກຊີນປ້ອງກັນ ພະຍາດໂຄວິດ-19 ໃຫ້ນັກຮຽນ ຊັ້ນ ມ.7 ທົ່ວແຂວງ ໄຊຍະບູລີ ໃນອາທິດທີ 1 ແລະ ທີ 2 ພະຈິກ 2021.

ສະນັ້ນ, ໃຫ້ທ່ານ ແຈ້ງເຖິງຜູ້ອໍານວຍການໂຮງຮຽນ ແລະ ນ້ອງນັກຮຽນຮັບຊາບຢ່າງທົ່ວເຖິງ, ສໍາລັບວັນເວລາ ແລະ ສະຖານທີ່ ຫ້ອງການ ສາທາລະນະສຸກເມືອງຈະແຈ້ງໃຫ້ຊາບພາຍຫຼັງ.