ນາຍົກອອກຄໍາສັ່ງ! ໃຫ້ປະຕິບັດມາດຕະການ ຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ລົດແບບບໍ່ຖືກຕ້ອງ

585

ໃນໄລຍະຜ່ານມາ ບັນດາຂະແຫນງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດ ກົດຫມາຍ ວ່າດ້ວຍ ພາສີ ແລະ ກົດຫມາຍອື່ນທີ່ກ່ຽວຂ້ອງຢ່າງຕັ້ງຫນ້າ ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ແກ້ໄຂເດັດຂາດ ຕໍ່ການຄ້າຂາຍເຖື່ອນ ກໍຄືການນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະແບບບໍ່ຖືກຕ້ອງ ໃນຮູບແບບຕ່າງໆ, ຊ່ວຍໃຫ້ລັດສາມາດເກັບພາສີ-ອາກອນໄດ້ ເພີ່ມຂຶ້ນ ແລະ ເຮັດໃຫ້ການນໍາເຂົ້າຍານພາຫະນະບໍ່ຖືກຕ້ອງ ຫຼຸດລົງໃນລະດັບໃດຫນຶ່ງ. ແຕ່ເຖິງຢ່າງໃດກໍຕາມ, ສະພາບການ ຄ້າຂາຍເຖື່ອນ, ການຫຼົບຫຼີກພາສີ ຈາກການນໍາເຂົ້າຍານພາຫະນະຕ່າງໆ ກໍຍັງມີລັກສະນະແຜ່ຫຼາຍເປັນວົງກວ້າງ ໃນຂອບເຂດ ທົ່ວປະເທດ.

ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການນໍາເຂົ້າ, ການນໍາໃຊ້, ແລກປ່ຽນ, ຊື້-ຂາຍ ຍານພາຫະນະ ໃຫ້ຖືກຕ້ອງຕາມກົດຫມາຍ ໃນຂອບເຂດທົ່ວປະເທດ ທັງເປັນການຈັດຕັ້ງປະຕິບັດວາລະເເຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ຂອງປະເທດເຮົາ ນາຍົກລັດຖະມົນຕີຈຶ່ງໄດ້ອອກຄໍາສໍາສັ່ງເລກທີ 20/ນຍ. ລົງວັນທີ 8ຕຸລາ 2021 ວ່າດ້ວຍ ການກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ.

ດັ່ງນັ້ນ, ນາຍົກລັດຖະມົນຕີ ຈຶ່ງອອກຄໍາສັ່ງ ໂດຍມີເນື້ອລາຍລະອຽດດັ່ງນີ້:

1) ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ໃນການສະກັດກັ້ນ,ແກ້ໄຂບັນຫາການນໍາເຂົ້າຍານພາຫະນະແບບບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍຂອງການຈັດຕັ້ງ ແລະ ບຸກຄົນໃນຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນຂອງຕົນ ຢ່າງເຂັ້ມງວດ, ຖ້າຢູ່ຂະແຫນງການ, ອົງການໃດ ຫາກມີການຈັດຕັ້ງ ແລະ ບຸກຄົນໄດ້ນໍາໃຊ້ພາຫະນະເຖື່ອນ ທີ່ຍັງບໍ່ທັນປະຕິບັດພັນທະ ຕ່າງໆແມ່ນໃຫ້ແນະນໍາແກ່ຜູ້ທີ່ຄອບຄອງຍານພາຫະນະດັ່ງກ່າວ ໄປດໍາເນີນແກ້ໄຂໃຫ້ຖືກຕ້ອງຕາມກົດຫມາຍ ກໍຄືຄໍາສັ່ງສະບັບນີ້ ນໍາການຈັດຕັ້ງທີ່ກ່ຽວຂ້ອງແຕ່ລະຂັ້ນ.

2) ນິຍາມຄໍາສັບທີ່ໃຊ້ໃນຄໍາສັ່ງສະບັບນີ້:ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ຫມາຍເຖິງ ຍານພາຫະນະທີ່ນໍາເຂົ້າ, ຫຼົບຫຼີກ ຫຼື ຫນີພາສີ ທີ່ບໍ່ມີຫນັງສືອະນຸຍາດນໍາເຂົ້າ ແລະ ບໍ່ໄດ້ປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ແລ້ວນໍາໄປແລກປ່ຽນ, ຊື້-ຂາຍ, ນໍາໃຊ້ເອກະສານ ປອມ ແລະ ຕິດປ້າຍທະບຽນປອມ; ຍານພາຫະນະທີ່ນໍາໃຊ້ບໍ່ຖືກເປົ້າຫມາຍ ຫມາຍເຖິງ ຍານພາຫະນະທີ່ໄດ້ຮັບສິດນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ຍົກເວັ້ນພາສີ-ອາກອນ ຫຼື ເສຍພາສີ-ອາກອນ 1%, ນໍາເຂົ້າຊົ່ວຄາວ, ທີ່ມີການຊື້-ຂາຍ, ແລກປ່ຽນ, ໂອນສິດ ນໍາໃຊ້ທີ່ບໍ່ຖືກຕ້ອງຕາມເປົ້າຫມາຍ ແລະ ຍັງບໍ່ທັນໄດ້ເສຍພາສີ-ອາກອນ;ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ ແມ່ນບໍ່ລວມເອົາຍານພາຫະນະທີ່ເປັນຄະດີທາງພາສີ, ຄະດີທາງແພ່ງ ແລະ ຄະດີທາງອາຍາ.

3) ໃຫ້ຜູ້ຄອບຄອງຍານພາຫະນະປະເພດຕ່າງໆ ທີ່ໄດ້ນໍາເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງ ຊຶ່ງມີການຊື້-ຂາຍ, ການນໍາໃຊ້ທະບຽນ, ປ້າຍຍານພາຫະນະທີ່ຍັງບໍ່ທັນໄດ້ເສຍພາສີ-ອາກອນ ຫຼື ສົງໄສວ່າ ການທີ່ໄດ້ມາມີໄວ້ໃນການຄອບຄອງຍານພາຫະນະແບບບໍ່ຖືກຕ້ອງ ແມ່ນໃຫ້ຕື່ນຕົວ, ສະຫມັກໃຈ ແລະ ຈິງໃຈນໍາເອົາເອກະສານ, ຍານພາຫະນະ ມາແຈ້ງຕໍ່ ຄະນະກໍາມະການຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອດໍາເນີນການແກ້ໄຂຕາມກົດຫມາຍ ນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມັງກອນ 2022 ໃນໄລຍະກໍານົດເວລາດັ່ງກ່າວ ຫາກມາແຈ້ງ ແມ່ນຈະໄດ້ພິຈາລະນາໃຫ້ເສຍພາສີ-ອາກອນ ຕາມລະບຽບການທົ່ວໄປ ແລະ ຈະບໍ່ຖືກປັບໃຫມ.

4) ຖ້າຜູ້ຄອບຄອງ ຍານພາຫະນະປະເພດຕ່າງໆ ທີ່ນໍາເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງ ຫາກບໍ່ນໍາເອົາເອກະສານ ແລະ ຍານພາຫະນະຕົວຈິງ ມາແຈ້ງຕໍ່ຄະນະກໍາມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກໍານົດເວລາ ທີ່ກ່າວມາໃນຂໍ້ 03 ຂ້າງເທິງນີ້, ຈະຖືກດໍາເນີນຕາມຂັ້ນຕອນຂອງກົດຫມາຍ.

ສໍາລັບ ຍານພາຫະນະທີ່ມີຢູ່ໃນການຄອບຄອງແບບບໍ່ຖືກຕ້ອງ ຫາກເຈົ້າຫນ້າທີ່ຂອງລັດທີ່ກ່ຽວຂ້ອງກວດກາພົບ ເຫັນຈະຖືກຍຶດ ເປັນຊັບສິນຂອງລັດ ຕາມທີ່ກໍານົດໄວ້ໃນ ກົດຫມາຍວ່າດ້ວຍພາສີ ສະບັບປັງປຸງ ເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020, ສ່ວນຜູ້ທີ່ຄອບຄອງຍານພາຫະນະ ຍັງຈະຖືກດໍາເນີນຄະດີຕາມກົດຫມາຍ ວ່າດ້ວຍພາສີ ສະບັບດັ່ງກ່າວ, ກົດຫມາຍວ່າດ້ວຍການດໍາເນີນຄະດີແພ່ງ ຫຼື ກົດຫມາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດຫມ າຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.