ສ່ອງຕົວແທນປະເທດ Miss Grand Laos 2021 ດາວມີໄຊ ພະຈັນສິດທິ ກັກໂຕກ່ອນການປະກວດ ທີ່ປະເທດເພື່ອນບ້ານ

1173

ສ່ອງຕົວແທນປະເທດລາວ ສາວງາມ ດາວມີໄຊ ພະຈັນສິດທິ Miss Grand Laos 2021 ທີ່ເດີນທາງໄປເຖິງປະເທດໄທແລ້ວຕັ້ງແຕ່ວັນທີ 7 ພະຈິກຜ່ານມາ ແລະ ປາຍທາງທຳອິດ ຄືການກັກຕົວຢູ່ ແຂວງຫນອງຄາຍ ເປັນເວລາ 7 ວັນ,

ຫລັງຈາກນັ້ນ ຂື້ນເຄື່ອງບິນມຸ້ງຫນ້າສູ່ ແຂວງເຈົ້າພາບເກັບຕົວ ພູເກັດ ເພື່ອຮ່ວມເຮັດກິດຈະກຳກັບສາວງາມຜູ້ເຂົ້າປະກວດຈາກປະເທດອື່ນໆ
ສາມາດຕິດຕາມການເຄື່ອນໄຫວຂອງສາວ ດາວມີໄຊໄດ້ທີ່ daomixy pcst ແລະ ທີມຂ່າວພວກເຮົາຈະອັບເດດໃຫ້ຕິດຕາມກັນເປັນໄລຍະ


ສໍາລັບດາວມີໄຊ ພະຈັນສິດທິ ຫຼື ນາງ ດາວ ອາຍຸ 22 ປີ ເປັນສາວງາມຈາກແຂວງສະຫວັນນະເຂດ ປັດຈຸບັນແມ່ນກໍາລັງສຶກສາຢູ່ທີຄະນະວິທະຍາສາດປ່າໄມ້ມະຫາວິທະຍາໄລແຫ່ງຊາດ

ເຄີຍຜ່ານການປະກວດ Miss Laos 2018 ມາແລ້ວ ປັດຈຸບັນຍັງບໍ່ທັນສັງກັດ ໂມດເດວລິງ ຫຼື ຄ້າຍໃດ ສ່ວນຄໍາຄົມ ຫຼື ຄະຕິປະຈໍາໃຈກ່ອນອື່ນຕ້ອງມີຄວາມໝັ້ນໃຈໃນໂຕເອງສູງ ກ້າເຮັດໃນສິ່ງທີ່ມັກກ້າສະແດງອອກໃນຈຸດຢືນຂອງຕົນເອງ ‘’ເພາະທຸກໆຄວາມສໍາເລັດບໍ່ໄດ້ມາຈາກການລົງມືເຮັດພຽງຄັ້ງດຽວ’’

ສໍາລັບກິດຈະກໍາຍາມວ່າງກໍຄື ການເປັນອາສາສະໝັກ ແລະ ນ້ອງເອງກໍເປັນໜຶ່ງໃນສະມາຊິກໜ່ວຍງານ ‘’CBM ຊຸມຊົນອາສາຈັດສັນສິ່ງເສດເຫຼືອ’’ ຂອງຄະນະ

ແລະ ໃນອານາຄົດຖ້າມີໂອກາດກໍຢາກຊ່ວເຫຼືອຜູ້ດ້ອຍໂອກາດ ທີ່ເຂົາເຈົ້າມີໃຈສູ້ ແລະ ເຂັ້ມແຂງກໍຄືຜູ້ພິການ ສໍາລັບຜົນງານທີ່ຜ່ານມາກໍມີການເດີນແບບ ສາມາດຕິດຕາມ ແລະ ເຂົ້ົາໄປເບິ່ງໄດ້ທີ່ ເຟສບຸກ daomixy pcst ແລະ ig: dao_pcst