ໂຈໂຄວິຊ ວາງແຜນເປັນຄູຝຶກ ເພື່ອຖ່າຍທອດວິຊາໃຫ້ຄົນຮຸ່ນໃໝ່ ຫຼັງອໍາລາວົງການເທັນນິສ

341

ໂນວັກ ໂຈໂຄວິຊ ນັກເທັນນິສມື 1 ຂອງໂລກຈາກແຊກບີ ວາງແຜນອະນາຄົດຄືການເປັນຄູຝຶກສອນເທັນນິສໃຫ້ກັບນັກກີລາຮຸ່ນໃໝ່ ຖ້າຫາກວ່າວັນໜຶ່ງຕັດສິນໃຈປະກາດອໍາລາວົງການຢ່າງເປັນທາງການ.

ໂຈໂຄວິຊ ຫາກໍໄດ້ແຊັມ ປາຣີສ ມາສເຕີ 2021 ເມື່ອວັນທີ 7 ພະຈິກ 2021 ໂດຍນັບປັນແຊັມມາສເຕີລາຍການທີ 37 ແລະ ແຊັມປາຣີສ ມາສເຕີ ສະໄໝທີ 6 ຂອງຕົວເອງ ກ່ອນລຸຍລາຍການໃຫຍ່ສົ່ງທ່າຍປີລາຍການ ເອທີພີ ໄຟນອລສ໌ ທີ່ຈະເປີດສາກຂຶ້ນໃນວັນທີ 14 ພະຈິກ 2021.

ຫຼ້າສຸດ ໂຈໂຄວິຊ ກ່າວວ່າ: “ ຫຼັງຈາກທີ່ເລີກຫຼິ້ນເທັນນິສຢ່າງເປັນທາງການ ຂ້ອຍຈະພະຍາຍາມຖ່າຍທອດທຸກສົ່ງໃຫ້ແກ່ຄົນຮຸ່ນໃໝ່ເໝືອນກັບທີ່ຂ້ອຍເຄີຍຮຽນຮູ້ມາ ແລະ ມັນຄືຈະມີປະໂຫຍດຫຼາຍແນ່ນອນ ”.