ເສຍຊີວິດເພີ່ມໃໝ່ 3 ຄົນ, ຍອດຜູ້ເສຍຊີວິດສະສົມໃນລາວ 89 ຄົນແລ້ວ

467

ວັນທີ 8 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 1.049 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 1.045 ຄົນ ເປັນກໍລະນີນຳເຂົ້າ 4 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 512 ຄົນ, ແຂວງຫຼວງພະບາງ 137 ຄົນ, ແຂວງວຽງຈັນ 86 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 3 ຄົົນ.


ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້
1 ຜູ້ທີ 1 ຍິງ, 52 ປີ, ອາຊີບ ປະຊາຊົນ, ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ ວັນທີ 18 ຕຸລາ 2021 ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດອອກມາແມ່ນພົບເຊື້ອ
ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ, ເປັນເວລາ 21 ວັນ, ມາຮອດເວລາ 16:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ


2 ຜູ້ທີ ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານສາຍລົມ, ນະຄອນຫລວງພະບາງ, ແຂວງຫລວງພະບາງ ພະຍາດປະຈໍາຕົວ ເບົາຫວານ ແລະ ຫົວໃຈຊຸດໂຊມ
ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ, ວັນທີ 04 ພະຈິກ 2021: ແໜ້າໜ້າເອີກ ແລະ ຫາຍໃຈຍາກ ພ້ອມທັງເກັບຕົວຢ່າງ ແລະ ຜົນກວດອອກມາແມ່ນພົບເຊື້ອ


ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 04 – 08 ພະຈິກ, ເປັນເວລາ 05 ວັນ
ເວລາ 19:00 ໂມງ ຂອງວັນທີ 08 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ, ບົ່ງມະຕິການເສຍຊີວິດ Covid-19 + Respiratory failure + Cardiogenic Shock


3 ຜູ້ທີ 3 ເພດຊາຍ, 40 ປີ, ອາຊີບ: ປະຊາຊົນ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ
ເວລາ 12 ໂມງ 45 ນາທີ ຂອງວັນທີ 06 ພະຈິກ 2021 ເຂົ້າມາກວດຢູ່ໂຮງໝໍ 103 ຍ້ອນເມື່ອຍ, ຫາຍ ໃຈຝຶດ ແລະ ແໜ້ນໜ້າເອິກ ພ້ອມເກັບຕົວຢ່າງເພື່ອມາກວດຊອກຫາ

ພະຍາດປະຈໍາຕົວ ພະຍາດຫືດ, ຄວາມດັນເລືອດສູງ ແລະ ອັກເສບຕັບບີ
ໄດ້ຮັບການສັກຢາວັກຊີນຊີໂນຟາມ ຈໍານວນ 01 ເຂັມ, ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 06 – 08 ພະຈິກ, ເປັນເວລາ 03 ວັນ


ມາຮອດເວລາ 23:00 ໂມງ ຂອງວັນທີ 08 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ, ບົ່ງມະຕິການເສຍຊີວິດ Covid-19 ຊຸດໂຊມລະບົບຫາຍໃຈ ແລະ ອັກເສບຕັບບີ, ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19