ບຣູໄນ ຖອນຕົວ ສົ່ງ ຕີມໍ ເຂົ້າຮອບແບ່ງກຸ່ມໆ A ບານເຕະ SUZUKI CUP 2020

737

ສະຫະພັນບານເຕະອາຊຽນ ( AFF ) ໄດ້ແຈ้งໃຫ້ຊາດສະມາຊິກຊາບວ່າ: ສະຫະພັນບານເຕະບຣູນໄນ ໄດ້ສົ່ງໜັງສືແຈ້ງຂໍຖອນທີມອອກຈາກການແຂ່ງຂັນເປັນທີ່ຮຽບຮ້ອຍ ເນື່ອງຈາກການກຽມພ້ອມຂອງທີມບໍ່ສາມາດດໍາເນີນການໄດ້ ຈາກຜົນກະທົບຂອງ ໂຄວິດ-19.

ແນ່ນອນການຖອນຕົວຂອງທີມຊາດບຣູໄນ ເຮັດໃຫ້ ຕີິມໍ ເລັສເຕ ຜ່ານເຂົ້າຮອບແບ່ງກຸ່ມໆ A ຮ່ວມກັບ ໄທ, ສິງກະໂປ, ຟິລິບປິນ ແລະ ມຽນມາ ເຊິ່ງລາຍການນີ້ຈະເປີດສາກຂຶ້ນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ທີ່ປະເທດສິງກະໂປ.

ສ່ວນກຸ່ມ B ປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະ ລາວ, ສ່ວນຕາຕະລາງແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ທີມຊາດລາວ ພົບ ມາເລເຊຍ
– ວັນທີ 12 ທັນວາ 2021 ເວລາ 16:30 ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ທີມຊາດລາວ ພົບ ກຳປູເຈຍ