ຊົນລະປະທານເລັ່ງໃຫ້ອະນາໄມຫົວງານ ກຽມໃສ່ປູກເຂົ້ານາເປົ້າໝາຍ 100.000 ເຮັກຕາ

605

ຊົນລະປະທານແມ່ນຈັດເປັນປັດໃຈພື້ນຖານສຳຄັນຫຼາຍສຳລັບການຜະລິດກະສິກຳ ບໍ່ສະເພາະແຕ່ເຮັດນາລວມໄປເຖິງການປູກພືດຕ່າງໆ ເຊິ່ງປີນີ້ກະຊວງກະສິກຳ ແລະປ່າໄມ້ ໄດ້ມີແຈ້ງການໃຫ້ຂະແໜງຊົນລະປະທານເອົາໃຈໃສ່ລະບົບຫົວງານ ແລະ ຄອງເຫມືອງແຕ່ເນີ້ນໆ ເພື່ອຮັບປະກັນການສະໜອງນ້ຳເຂົ້າສູ່ພື້ນທີ່ການຜະລິດໃຫ້ໄດ້ຕາມເນື້ອທີ່ແຜນການທີ່ຄາດ

ໂດຍກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ອອກຄຳສັ່ງເລກທີ 1373/ກປ ລົງວັນທີ 7 ພະຈິກ 2021 ເນັ້ນ ການສ້າງຂະບວນການ ອະນາໄມລະບົບຫົວງານ ແລະ ລະບົບຄອງເຫມືອງ ຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ວັນທີ 03 ພະຈິກ 2021

ທັງນີ້ກໍ່ເພື່ອບັນລຸຄາດຫມາຍການສະຫນອງນ້ໍາຮັບໃຊ້ການຜະລິດລະດູແລ້ງ ປີ 2021-2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດຫມາຍສະຫນອງນ້ໍາໃຫ້ແກ່ການປູກເຂົ້ານາແຊງໃຫ້ໄດ້ 100.000 ເຮັກຕາ, ແນໃສ່ຮັບປະກັນ ຄວາມຫມັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ລາວບັນດາເຜົ່າ ຕາມທິດຍືນຍົງ.

ໃນນີ້ແມ່ນໃຫ້ກົມຊົນລະປະທານ, ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການ ສົມທົບພາກສ່ວນກ່ຽວຂ້ອງ ໃນຂັ້ນຂອງຕົນສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍ ຂອງກົດຫມາຍວ່າດ້ວຍຊົນລະປະທານ ດ້ວຍຫຼາຍຮູບແບບ, ຫຼາຍລະດັບ ແລະ ວິທີການແຕກຕ່າງກັນຕາມຈຸດພິເສດແຕ່ລະເປົ້າຫມາຍໂດຍຜ່ານສື່ຕ່າງໆ, ແຈກຢາຍປື້ມກົດຫມາຍ, ສິ່ງພິມ ແລະ ວາລະສານວິຊາການ ຕ່າງໆ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ຜູ້ປະກອບການ, ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໂດຍຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນຂອງວຽກງານຊົນລະປະທານ ຕໍ່ກັບວຽກງານການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ຕາມທິດນໍາທີ່ວ່າ ” ພັກນໍາພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ ”

ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຂໍທິດຊີ້ນໍາຈາກການນໍາແຂວງ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປຸກລະດົມຂົນຂວາຍແຮງງານຊາວຫນຸ່ມ, ນັກຮຽນນັກສຶກສາ, ພໍ່ແມ່ປະຊາຊົນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູ-ສ້ອມແປງຊົນລະປະທານ, ຕິດພັນກັບຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມຫົວງານ, ລະບົບຄອງເຫມືອງ, ປະຕູນ້ໍາ ແລະ ອາຄານຕ່າງໆຕາມຄອງ ເຫມືອງຊົນລະປະທານ

ກົມຊົນລະປະທານ ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເຫມົາກໍ່ສ້າງສ້ອມແປງຊົນລະປະທານ ທີ່ໄດ້ເຊັນສັນຍາກັນໄປແລ້ວ ໃຫ້ປະຕິບັດຫນ້າວຽກໃຫ້ສໍາເລັດ ຕາມກໍານົດເວລາ ພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍຊົນລະປະທານ ແລະ ສັນຍາຢ່າງເຂັ້ມງວດ

ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ສະເຫນີຕໍ່ເຈົ້າແຂວງຊີ້ນໍາພາກສ່ວນກ່ຽວຂ້ອງ ເປີດໄຟຟ້າຊົນລະປະທານໃຫ້ທັນການ ຖືເອົາວັນຊົນລະປະທານ ວັນທີ 03 ພະຈິກ 2021 ເປັນມື້ເລີ່ມຕົ້ນເຮັດການຜະລິດລະດູນາແຊງຢ່າງເປັນທາງການ

ສໍາລັບ ການຈັດພິທີເນື່ອງໃນໂອກາດວັນຊົນລະປະທານ ແຫ່ງຊາດນັບຕັ້ງແຕ່ ວັນທີ 03-15 ພະຈິກ 2021 ນີ້, ແມ່ນຢູ່ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID-19 ທີ່ຍັງແຜ່ລະບາດໃນຂອບເຂດທົ່ວປະເທດ ການ ຈັດພິທີ ແມ່ນໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນໃນການປ້ອງກັນການແຜ່ລະບາດ ຂອງພະຍາດ COVID-19 ຮັບປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສໍາຄັນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ຖືເອົາວັນດັ່ງກ່າວນີ້ ເຜີຍແຜ່ຜົນສໍາເລັດຂອງຂະແຫນງການໃນຊຸມປີຜ່ານມາ ພ້ອມທັງສະຫຼຸບ ແລະ ຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ຊາວກະສິກອນປະຕິບັດຕາມທິດນໍທີ່ວ່າ: “ລັດ ແລະ ປະຊາຊົນພ້ອມກັນເຮັດ”