ກຽມພ້ອມເສື້ອກັນໜາວໃຫ້ຮ່າງກາຍອົບອຸ່ນ ອາກາດເຢັນລົງ 1-3 ອົງສາ

1046

ດັ່ງທີ່ຮູ້ກັນດີສຳລັບຊ່ວງນີ້ແມ່ນກ້າວເຂົ້າສູ່ລະດູໜາວແລ້ວ ແຕ່ແຖມມາພ້ອມລົມພັດແຮງ ເຊິ່ງເປັນທຳຊາດຂອງລະດູການ ອັນສຳຄັນຕ້ອງຄວາມພ້ອມຮັບມືກັບສະພາບອາກາດທີ່ແປປ່ວນຢູ່ສະເໝີ ຕົວຢ່າງຄືໄລຍະນີ້ອາກາດຈະເຢັນລົງ 1-3 ອົງສາ ສິ່ງທີ່ຕ້ອງກຽມພ້ອມຄືໃຫ້ມີເສື້ອອຸ່ນໄວ້ຮັກສາຮ່າງກາຍໃຫ້ແຂງແຮງ.

ຕາມຂໍ້ມູນຈາກກົມອຸຕຸນິຍົມ ແລະອຸທົກກະສາດໃຫ້ຮູ້ວ່າ: ໃນໄລະຍະວັນທີ 8-14 ພະຈິກ 2021 ມວນອາກາດໜາວເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວອີກຄັ້ງໃໝ່ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງວ່າຈະເຮັດໃຫ້ອາກາດເຢັນລົງ 1-3 ອົງສາ.

ພ້ອມນີ້, ຈະມີໝອກບາງປົກຄຸມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກໃນລະດັບທີ່ຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ອາກາດເຢັນ ຫາ ເຢັນຫຼາຍ ພ້ອມມີໝອກປົກຄຸມໃນຍາມເຊົ້າ.

ດັ່ງນັ້ນ, ຈຶ່ງເຕືອນປະຊາຊົນທົ່ວທຸກພາກຂອງລາວ ຈົ່ງມີສະຕິກຽມຄວາມພ້ອມທາງດ້ານເຄື່ອງນຸ່ງຫົ່ມ ເພື່ອຮັບມືກັບໄພໜາວນີ້ ທັງນີ້ເພື່ອເປັນການຮັກສາສຸຂະພາບ ແລະ ປາສະຈາກໂລກໄພໄຂ້ເຈັບຈາກພະຍາດຕ່າງໆໃນລະດູການນີ້.