ລາຄາອາຫານໂລກ ເພີ່ມຂຶ້ນສູງສຸດໃນຮອບ 10 ປີ

1140

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ເປີດເຜີຍວ່າ: ໃນເດືອນຕຸລາປີນີ້ ລາຄາອາຫານທົ່ວໂລກເພີ່ມຂຶ້ນ 3% ເມື່ອທຽບໃສ່ເດືອນກັນຍາ ແລະ ເພີ່ມຂຶ້ນ 31,3% ເມື່ອທຽບໃສ່ເດືອນຕຸລາ 2020 ເຊິ່ງເປັນການເພີ່ມຂຶ້ນ 3 ເດືອນຕິດຕໍ່ກັນແລ້ວ ແລະ ເປັນການເພີ່ມສູງສຸດນັບແຕ່ປີ 2011 ເປັນຕົ້ນມາ.


ປັດໄຈທີ່ເປັນແຮງຍູ້ໃຫ້ລາຄາອາຫານເພີ່ມຂຶ້ນ ມາຈາກລາຄານ້ຳມັນພືດ ແລະ ທັນຍະພືດທົ່ວໂລກ ເພີ່ມຂຶ້ນ ປະກອບກັບບັນຫາຫ່ວງໂສ້ອຸປະທານຢຸດສະງັກ, ລາຄາສິນຄ້າໂພກກະພັນເພີ່ມຂຶ້ນ, ການປິດໂຮງງານຊົ່ວຄາວ ແລະ ຄວາມເຄັ່ງຕຶງດ້ານການເມືອງ ໂດຍລາຄານ້ຳມັນພືດໃນເດືອນຕຸລາເພີ່ມຂຶ້ນ 9,6% ເມື່ອທຽບກັບເດືອນກັນຍາ, ສ່ວນລາຄາທັນຍາພືດເພີ່ມຂຶ້ນ 3,2% ເມື່ອທຽບກັບເດືອນກັນຍາ.


ນອກຈາກນີ້ ບັນຫາການຂາດແຄນແຮງານ ກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງອາຫານໃນຫຼາຍເຂດ ຫຼາຍປະເທດທົ່ວໂລກເພີ່ມຂຶ້ນ ໂດຍການຂົນສົ່ງທີ່ຢຸດສະງັກໄດ້ເປັນແຮງຍູ້ສຳຄັນເຮັດໃຫ້ລາຄານົມ ແລະ ຜະລິດຕະພັນນົມເພີ່ມຂຶ້ນ 2,2% ເມື່ອທຽບກັບເດືອນຕຸລາປີຜ່ານມາ, ສ່ວນລາຄານ້ຳຕານຫຼຸດລົງ 1,6% ຈາກເດືອນກັນຍາ ເຊິ່ງເປັນການຫຼຸດລົງເປັນຄັ້ງທຳອິດ ຫຼັງຈາກທີ່ເພີ່ມຂຶ້ນ 6 ເດືອນຕິດຕໍ່ກັນ.