ພິດໂຄວິດ-19 ກະທົບລູກຄ້າສິນເຊື່ອ 4,7 ແສນລາຍ ມູນຄ່າ 20.151 ຕື້ກວ່າກີບ

265

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານວ່າ ໄລຍະມີການລະບາດຂອງພະຍາດໂຄວິດ-19 ມີລູກຄ້າສິນເຊື່ອ ທີ່ໄດ້ຮັບຜົນກະທົບຫຼາຍເຖິງ 4,7 ແສນລາຍ ມູນຄ່າ 20.151 ຕື້ກີບ ໂດຍໄດ້ອອກນະໂຍບາຍເລື່ອນຊຳລະໜີ້ທັງຕົ້ນທຶນ-ດອກເບ້ຍ, ປັບຫຼຸດອັດຕາດອກເບ້ຍ, ປະຕິບັດນະໂຍບາຍປ່ອຍກູ້ໃໝ່ເພື່ອຟື້ນຟູການຜະລິດ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2021 ຕໍ່ຄໍາຖາມທີ່ຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຊັກຖາມ ວ່າ: ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ທຫລ ໄດ້ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອໃຫ້ແກ່ລູກຄ້າເງິນກູ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ການເລື່ອນເວລາໃນການຊຳລະໜີ້, ການປັບຫຼຸດອັດຕາດອກເບ້ຍ-ຄ່າທຳນຽມ, ການສະໜອງເງິນກູ້ບ້ວງໃໝ່ ແລະ ການປັບໂຄງສ້າງໜີ້ເງິນກູ້ຄືນ ຕາມຂໍ້ຕົກລົງເລກທີ 238/ທຫລ, ລົງວັນທີ 26 ມີນາ 2020 ແລະ ໄດ້ອອກຂໍ້ຕົກລົງເພີ່ມເຕີມ ສະບັບເລກທີ 256/ທຫລ ສໍາລັບການປະຕິບັດວຽກງານດັ່ງກ່າວ ໃນວັນທີ 13 ພຶດສະພາ 2021.

ສຳລັບທະນາຄານທຸລະກິດ ມີລູກຄ້າສິນເຊື່ອທີ່ໄດ້ຮັບຜົນກະທົບ ທັງໝົດ 11.046 ລາຍ ລວມມູນຄ່າ 19.857 ຕື້ກີບ. ປັດຈຸບັນກຳລັງສືບຕໍ່ປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອທັງໝົດ ຈຳນວນ 6.090 ລາຍ ລວມມູນຄ່າ 15.720 ຕື້ກີບ ກວມເອົາ 14,92% ຂອງຍອດເງິນກູ້ທົ່ວລະບົບ, ນະໂຍບາຍສິນເຊື່ອທີ່ທະນາຄານປະຕິບັດສ່ວນໃຫຍ່ແມ່ນນະໂຍບາຍເລື່ອນຊຳລະໜີ້ທັງຕົ້ນທຶນ-ດອກເບ້ຍ, ຮອງລົງມາແມ່ນນະໂຍບາຍການປັບຫຼຸດອັດຕາດອກເບ້ຍ, ປະຕິບັດນະໂຍບາຍປັບຫຼຸດອັດຕາຄ່າທໍານຽມ ແລະ ປະຕິບັດນະໂຍບາຍປ່ອຍກູ້ໃໝ່ເພື່ອຟື້ນຟູການຜະລິດ. ຖ້າລົງເລິກສິນເຊື່ອຕາມຂະແໜງການເສດຖະກິດ ເຫັນວ່າຂະແໜງການຄ້າ ກວມເອົາ 29%, ຮອງລົງມາແມ່ນຂະແໜງບໍລິການ ກວມເອົາ 24%, ຂະແໜງອຸດສາຫະກຳ ກວມເອົາ 23%, ຂະແໜງກໍ່ສ້າງກວມເອົາ 12%, ຂະແໜງກະສິກຳ ກວມເອົາ 5% ແລະ ຂະແໜງອື່ນໆ ກວມເອົາ 7% ຂອງເງິນກູ້ທີ່ໄດ້ຮັບນະໂຍບາຍທັງໝົດ.

ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ: ມີລູກຄ້າສິນເຊື່ອທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທັງໝົດ 459.681 ລາຍ ລວມມູນຄ່າ 294,93 ຕື້ກີບ. ປັດຈຸບັນສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ກໍາລັງສືບຕໍ່ປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອທັງໝົດ ຈຳນວນ 5.504 ລາຍ ລວມມູນຄ່າ 31,94 ຕື້ກີບ ກວມເອົາ 0,52% ຂອງຍອດເງິນກູ້ທົ່ວລະບົບ. ນະໂຍບາຍສິນເຊື່ອທີ່ປະຕິບັດສ່ວນໃຫຍ່ແມ່ນນະໂຍບາຍເລື່ອນຊຳລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ, ຮອງລົງມາແມ່ນນະໂຍບາຍຍົກເວັ້ນຄ່າປັບໃໝ ແລະ ຄ່າທໍານຽມໃຫ້ລູກຄ້າ.


ຖ້າລົງເລິກສິນເຊື່ອຕາມຂະແໜງການເສດຖະກິດ ເຫັນວ່າ ຂະແໜງການເພື່ອການຊົມໃຊ້ ກວມເອົາ 81%, ຮອງລົງມາແມ່ນຂະແໜງການບໍລິການ ກວມເອົາ 7%, ຂະແໜງການຄ້າຂາຍ ແລະ ການຄ້າ ກວມເອົາ 5% ແລະ ຂະແໜງອື່ນໆກວມເອົາ 7% ຂອງເງິນກູ້ທີ່ໄດ້ຮັບນະໂຍບາຍທັງໝົດ.

ພ້ອມນີ້, ໄດ້ຈັດຕັ້ງປະຕິບັດໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ບ້ວງ 1.800 ຕື້ກີບ ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ລູກຄ້າ 503 ລາຍ ເຊິ່ງຮອດປັດຈຸບັນໄດ້ມີການເບີກຖອນນໍາໃຊ້ແລ້ວ 1.665 ຕື້ກີບ. ໃນນີ້ເປັນສິນເຊື່ອໃຫ້ຂະແໜງກະສິກຳ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ສ່ວນທີ່ເຫຼືອແມ່ນໃຫ້ຂະແໜງຫັດຖະກຳ, ອຸດສາຫະກຳປຸງແຕ່ງ, ຂະແໜງການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ ໃນຂອບເຂດທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ແຂວງຈຳປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ.