ຈີນໜາວເປັນພິເສດ! ເຕືອນປະຊາຊົນປີນີ້ອາກາດໜາວໄວຫິມະທຳອິດມາໄວກວ່າຜ່ານມາ

270

ຕອນນີ້ ສປ ຈີນ ນັ້ນແມ່ນກຳລັງປະເຊີນກັບຫິມະທຳອິດຂອງປີ ເຊິ່ງຖືວ່າປີນີ້ແມ່ນມາໄວກວ່າປົກກະຕິ ຖ້າທຽບໃສ່ກັບຫຼາຍປີທີ່ຜ່ານມາ ດັ່ງນັ້ນ, ທາງການຂອງຈີນຈຶ່ງໄດ້ປະກາດແຈ້ງເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງໃນການໃຊ້ຊີວິດ ໃນທ່າມກາງທີ່ອາກາດໜາວເຍັນມາເຍືອນ ທີ່ໄວກວ່າປົກກະຕິ.

ແນ່ນອນເມື່ອ ສປ ຈີນ ຕ້ອງຜະເຊີນກັບອາກາດໜາວ ບ້ານເຮົາກໍ່ຫຼີກບໍໄດ້ເນື່ອງຈາກສະພາບດິນຟ້າອາກາດ ແມ່ນປະເທດເຮົາຈະໄດ້ຮັບອິດທິພົນມາຈາກຈີນເປັນສ່ວນໃຫຍ່ ສະນັ້ນຢ່າລືມກຽມເຄື່ອງອຸ່ນໆໄວ້ໃຫ້ລູກຫຼານ ແລະຜູ້ສູງອາຍຸ ເພື່ອໃຫ້ຮ່າງກາຍອົບອຸ່ນບໍເຈັບໄຂ້ໄດ້ປ່ວຍງ່າຍໆ.

ຕາມ​ຂ່າວ​ຈາກ​ ນະຄອນຫລວງ ປັກ​ກິ່ງ, ວັນ​ທີ7​ພະຈິກ, ສໍານັກງານ​ ອຸຕຸນິຍົມ​ ວິທະຍາ​ແຫ່ງ​ຊາດ​ຈີນ ອອກ​ປະກາດ ​ເຕືອນ​ໄພສະພາບອາກາດ​ປ່ຽນ​ແປງ​ໃນ​ລະດັບສີສົ້ມ ​ເຊິ່ງ​ເປັນ​ລະດັບຮອງ​ຈາກ​ສູງ​ສຸດ ເນື່ອງ​ຈາກຫິມະ​ທຳ​ອິດ​ຂອງ​ລະດູ​ໜາວ​ປີ​ນີ້ມາ​ໄວ ​ແລະ ຫລາຍ​ກວ່າປົກກະຕິ ​ໂດຍ​ປະລິມານ ​ຫິມະ​ຕົກ​ ສະ​ສົມ​ ໃນ​ບາງ​ພື້ນ​ທີ່​ ທາງ​ພາກ​ເໜືອ​ຂອງ​ຈີນສູງ​ເຖິງ 45 ມີ​ລິ​ແມັດ ພາຍ​ໃນ​ໄລຍະ​ເວລາ 24 ຊົ່ວ​ໂມງ  ເຊິ່ງຖື​ວ່າມາ​ໄວ​ກວ່າ​ປົກກະຕິ​ ເຖິງ 23​ ວັນ.

ດັ່ງນັ້ນ​ ເຈົ້າໜ້າ​ທີ່​ທາງ​ການ ​ໄດ້​ມີ​ຄຳ​ເຕືອນ​ ໃຫ້​ປະຊາຊົນ​ຫລີກ​ລ້ຽງ ​ອອກ​ນອກ​ເຄຫາ​ສະຖານ ຖ້າ​ບໍ່​ຈຳ​ເປັນ ​ເນື່ອງ​ຈາກ​ອຸນຫະພູມ​ມີ​ແນວ​ໂນ້ມຫລຸດ​ລົງ​ຕ່ຳ​ສຸດ ​ໃນ​ຮອບໜຶ່ງ​ທົດ​ສະ​ວັດ ລວມທັງ​ພາກ​ຕາ​ເວັນອອກ​ ລົງ​ໄປ​ຈົນ​ເຖິງ​ພາກ​ໃຕ້ນັບ​ແຕ່​ນະຄອນ​ຊຽງ​ໄຮ້​ໄປ​ຈົນ​ເຖິງ ​ເມືອງ​ກວ່າ​ງ​ໂຈ​ວໄດ້​ຮັບ​ຄຳ​ເຕືອນ ​ໃຫ້​ລະມັດລະວັງ​ສະພາບ​ອາກາດ​ໜາວ​ແຮງ​ເຊັ່ນ​ກັນ.